“ງານປະພັນສິລະປະເອຊຽນເກມຫາງໂຈ່ວຂອງສິລະປິນອາຊີ” ຂອງ CMG ອອກອາກາດຢູ່ກາງແຈ້ງເມືອງຫາງໂຈ່ວ

2023-09-24 15:19:41 CRI

ຫວ່າງມໍ່ໆມານີ້, “ງານປະພັນສິລະປະເອຊຽນເກມຫາງໂຈ່ວຂອງສິລະປິນອາຊີ” ທີ່ຖ່າຍທຳໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ເລີ່ມອອກອາກາດຢູ່ເມືອງຫາງໂຈ່ວ ເທດສະບານແຂວງເຈີ້ຈ່ຽງ ສປ ຈີນ ຢ່າງເປັນທາງການ ໂດຍຜົນງານສິລະປະຂອງສິລະປິນ 41 ທ່ານໄດ້ສະແດງໃຫ້ເຫັນຜ່ານໜ້າຈໍຂະໜາດໃຫຍ່ຢູ່ແຄມໜອງຊີ່ຫູຢ່າງຕື່ນຕາຕື່ນໃຈ.


ຂ່າວແຈ້ງວ່າ, “ງານປະພັນສິລະປະເອຊຽນເກມຫາງໂຈ່ວຂອງສິລະປິນອາຊີ” ແມ່ນຄານີວານສິລະປະເອຊຽນເກມຂອງສິລະປິນປະເທດຕ່າງໆຄັ້ງທຳອິດໃນປະຫວັດສາດເອຊຽນເກມ, ແມ່ນລິເລີ່ມໂດຍວິທະຍຸໂທລະພາບສູນກາງຈີນ ແລະ ຄະນະກຳມະການຈັດງານກິລາເອຊຽນເກມຄັ້ງທີ 19 ເມືອງຫາງໂຈ່ວ, ມີສິລະປິນດີເດັ່ນ ແລະ ບຸກຄົນໃນວົງການຕ່າງໆເກືອບຮ້ອຍທ່ານຈາກບັນດາປະເທດອາຊີເຂົ້າຮ່ວມ.


ນອກນີ້, ລະຫວ່າງວັນທີ 21 ກັນຍາຫາວັນທີ 8 ຕຸລາປີນີ້, “ງານປະພັນສິລະປະເອຊຽນເກມຫາງໂຈ່ວຂອງສິລະປິນອາຊີ” ຈະອອກອາກາດດ້ວຍໜ້າຈໍຂະໜາດໃຫຍ່ຢູ່ກາງແຈ້ງຢ່າງຕໍ່ເນື່ອງ, ໃນນັ້ນ, ລະຫວ່າງວັນທີ 22-24 ກັນຍານີ້ ຈະອອກອາກາດ 20 ເທື່ອຕໍ່ມື້ ແລະ ວັນອື່ນໆນັ້ນຈະອອກອາກາດ 15 ເທື່ອຕໍ່ມື້, ແຕ່ລະເທື່ອຈະອອກອາກາດ 15 ນາທີຢ່າງຕໍ່ເນື່ອງ.