ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່ຂອງຈີນ

2023-09-25 16:46:29 cri


    ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນຳອັນສຳຄັນຕໍ່ການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່ຂອງຈີນ, ໂດຍກ່າວວ່າ: ຕ້ອງຊຸກຍູ້ການສ້າງສາປະເທດຊາດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ການບັນລຸການຫັນເປັນອຸດສາຫະກຳແບບໃໝ່ແມ່ນໜ້າທີ່ສຳຄັນ. ຕ້ອງຈັດຕັ້ງປະຕິບັດແນວຄິດພັດທະນາອັນໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ,  ວາງແຜນການເອກະພາບໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງ, ຕັ້ງໜ້ານຳພາການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະຕິຮູບດ້ານຂະແໜງການຮອບໃໝ່, ຕ້ອງຈັດຕັ້ງປະຕິບັດຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຢ່າງມີຄຸນນະພາບສູງເຂົ້າໃນທຸກຂັ້ນຕອນຂອງການຫັນເປັນອຸດສາຫະກຳແບບໃໝ່.

    ທ່ານສີຈິ້ນຜິງເນັ້ນໜັກວ່າ: ການຫັນເປັນອຸດສາຫະຫຳແບບໃໝ່ເປັນໂຄງການແບບລະບົບ. ຕ້ອງປັບປຸງຮູບແບບດຳເນີນງານທີ່ຄະນະພັກນຳພາເປັນເອກກະພາບກັນ, ອົງການປົກຄອງຮັບຜິດຊອບຈັດຕັ້ງປະຕິບັດ, ວິສາຫະກິດເສີມຂະຫຍາຍບົດບາດຫຼັກແຫຼ່ງ ແລະ ກຳລັງແຮງສັງຄົມເຂົ້າຮ່ວມຢ່າງກວ້າງຂວາງ, ເຕົ້າໂຮມກຳລັງແຮງອັນໃຫຍ່ຫຼວງເພື່ອຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນການສ້າງເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝຢ່າງຮອບດ້ານ.