ວັນທີ 25 ກັນຍານີ້, ງານກິລາເອຊຽນເກມຄັ້ງທີ 19 ຈະຊີງຫຼຽນຄຳ 38 ຫຼຽນ

2023-09-25 14:52:10 cri


ວັນທີ 25 ກັນຍານີ້ ແມ່ນວັນທີ 2 ຂອງການແຂ່ງຂັນໃນງານກິລາເອຊຽນເກມຄັ້ງທີ 19 ນະຄອນຮາງໂຈ່ວ, ນັກກິລາຈະຊີງຫຼຽນຄຳ 38 ຫຼຽນໃນ 11 ປະເພດ, ເຊັ່ນ: ລອຍນ້ຳ, ກາຍະສິນ, ພາຍເຮືອ, ຍິງປືນ, ສະເກັດແລະອື່ນໆ.


ທີມຈີນຈະພະຍາຍາມເພື່ອຍາດຫຼຽນຄຳໃນປະເພດກາຍະສິນ, ຍິງປືນ, ລອຍນ້ຳ, ວູຊູ້ແລະອື່ນໆ.