ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງເວທີເປິກສາຫາລືສຸດຍອດການຄົມມະນາຄົມແບບຍືນຍົງທົ່ວໂລກ

2023-09-25 15:18:52 cri


   ວັນທີ25ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງເວທີເປິກສາຫາລືສຸດຍອດການຄົມມະນາຄົມແບບຍືນຍົງທົ່ວໂລກ.


   ທ່ານສີຈິ້ນຜິງຊີ້ອອກວ່າ: ການສ້າງລະບົບຄົມມະນາຄົມແບບຍືນຍົງທີ່ປອດໄພ, ສະດວກ, ປະສິດທິພາບສູງ, ສີຂຽວ, ເສດຖະກິດ, ກວມລວມແລະທົນທານ ເປັນມາດຕະການສຳຄັນທີ່ບັນລຸຄວາມປາດຖະໜາອັນດີງາມໃນຄົນໄປມາສະດວກສະບາຍ,ສິນຄ້າຈໍລະຈອນໄດ້ຫຼ່ຽນໄຫຼ”. ຈີນກຳລັງເລັ່ງໃສ່ສ້າງປະເທດໃຫ້ເຂັ້ມແຂງດ້ານການຄົມມະນາຄົມ,ຈະສືບຕໍ່ຍຶດໝັ້ນການປະສານສົມທົບກັບໂລກ ແລະເຊື່ອມໂຍງເຂົ້າກັບຍຸກສະໄໝ,ອອກແຮງຊຸກຍູ້ການຮ່ວມມືດ້ານການຄົມມະນາຄົມທົ່ວໂລກ, ເພື່ອສະໜອງໂອກາດໃໝ່ແກ່ໂລກດ້ວຍການພັດທະນາໂຕເອງ.


   ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ,ຍຶດໝັ້ນແນວຄວາມຄຶດໃນການເປິກສາຫາລື, ສ້າງສາແລະຊົມໃຊ້ຮ່ວມກັນ,ເຮັດໃຫ້ຜົນການພັດທະນາການຄົມມະນາຄົມແບບຍືນຍົງສ້າງຄວາມສຸກໃຫ້ປະຊາຊົນບັນດາປະເທດໃນໂລກ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມພັດທະນາທົ່ວໂລກ,ບັນລຸເປົ້າໝາຍການພັດທະນາແບບຍືນຍົງປີ2023ຂອງອົງການສະຫະປະຊາຊາດ ແລະຊຸກຍູ້ສ້າງສາປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


   ເວທີເປິກສາຫາລືສຸດຍອດການຄົມມະນາຄົມແບບຍືນຍົງທົ່ວໂລກມີຫົວຂໍ້ “ການຄົມມະນາຄົມແບບຍືນຍົງ: ຮ່ວມມືກັນເພື່ອຊຸກຍູ້ການພັດທະນາທົ່ວໂລກ” ເຊິ່ງມີກະຊວງຄົມມະນາຄົມແລະຂົນສົ່ງຈີນເປັນເຈົ້າພາບ ແລະໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ25ກັນຍານີ້.