ອາເມຣິກາລັກເອົາຄວາມລັບທາງອິນເຕີເນັດຂອງຈີນດ້ວຍທຸກຊ່ອງທາງ

2023-09-26 14:47:57 CRI


ວັນທີ 25 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຂ່າວ. ນັກຂ່າວຖາມວ່າ, ວັນທີ 20 ກັນຍານີ້, ກະຊວງຄວາມໝັ້ນຄົງແຫ່ງຊາດຈີນໄດ້ເຜີຍແຜ່ບົດ “ເປີດເຜີຍວິທີອັນຊົ່ວຮ້າຍຕົ້ນຕໍຂອງອົງການສືບຂ່າວອາເມຣິກາລັກເອົາຄວາມລັບທາງອິນເຕີເນັດ”, ໂດຍໄດ້ເປີດເຜີຍສະພາບການທີ່ອາເມຣິກາລັກເອົາຄວາມລັບທາງອິນເຕີເນັດຂອງຈີນ, ທັງຊີ້ອອກວ່າ, ເລີ່ມແຕ່ປີ 2009 ເປັນຕົ້ນມາ, ລັດຖະບານອາເມຣິກາກໍໄດ້ແຮັກເຂົ້າເຄື່ອງເຊີເວີຢູ່ທີ່ສຳນັກງານໃຫຍ່ຂອງບໍລິສັດຮົວເຫວີຍ, ແລະຕິດຕາມຄວບຄຸມຢ່າງຕໍ່ເນື່ອງ. ຝ່າຍຈີນມີການວິຈານຄືແນວໃດຕໍ່ເລື່ອງນີ້?

 

ທ່ານວ່າງເວີນປິ່ນກ່າວວ່າ, ພວກເຮົາກ່າວປະນາມການກະທຳແບບບໍ່ມີຄວາມຮັບຜິດຊອບຂອງລັດຖະບານອາເມຣິກາ, ໃນດ້ານໜຶ່ງ, ລັດຖະບານອາເມຣິກາລັກເອົາຄວາມລັບທາງອິນເຕີເນັດຂອງຈີນດ້ວຍທຸກຊ່ອງທາງ, ສ້າງຄວາມສ່ຽງອັນໃຫຍ່ຫຼວງຕໍ່ຄວາມໝັ້ນຄົງດ້ານອິນເຕີເນັດຂອງຈີນ, ອີກດ້ານໜຶ່ງກໍປັ້ນແຕ່ງ ແລະ ເຜີຍແຜ່ຂໍ້ມູນຈອມປອມກ່ຽວກັບອັນທີ່ເອີ້ນວ່າ “ການໂຈມຕີຈາກແຮັກເກີຂອງຈີນ”ຢ່າງບໍ່ຢຸດຢັ້ງ, ເຊິ່ງເປັນການຫຼິ້ນກົນອຸບາຍທາງການເມືອງ. ດົນນານມາແລ້ວ, ອາເມຣິກາໃຊ້ຂໍ້ອ້າງ “ຄວາມໝັ້ນຄົງແຫ່ງຊາດ” ເພື່ອກົດດັນວິສາຫະກິດໄຮເທັກຂອງຈີນ, ໃນກໍລະນີທີ່ບໍ່ສາມາດນຳໜ້າໄດ້ໃນການແຂ່ງຂັນແບບປົກກະຕິນັ້ນ, ກໍໃຊ້ວິທີທີ່ຜິດກົດໝາຍ ແລະ ບໍ່ຍຸຕິທຳເພື່ອກີດຂວາງການພັດທະນາຂອງວິສາຫະກິດຈີນ.

 

ທ່ານວ່າງເວີນປິ່ນກ່າວຕື່ມວ່າ, ພວກເຮົາຫວັງວ່າປະເທດທີ່ກ່ຽວຂ້ອງຈະບໍ່ຮ່ວມການ “ຂົ່ມເຫັງທາງການເມືອງ” ຕໍ່ວິສາຫະກິດຈີນຂອງອາເມຣິກາ, ຍຶດໝັ້ນຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ໃຊ້ທ່າທີທີ່ພາວະວິໄສ ແລະ ເປັນທຳ ເພື່ອປົກປັກຮັກສາສະພາບແວດລ້ອມດ້ານທຸລະກິດທີ່ຍຸຕິທຳ ເປີດປະຕູ ກວມລວມ ແລະ ບໍ່ມີການຈຳແນກ.