ຈີນໄດ້ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການພັດທະນາເກືອບ 20 ລ້ານຄົນໃຫ້ແກ່ 160 ກວ່າປະເທດ

2023-09-26 16:16:47 cri

 

    ວັນທີ 26 ກັນຍານີ້, ຫ້ອງວ່າການຖະແຫຼງຂ່າວຂອງລັດຖະບານຈີນໄດ້ເປີດເຜີຍປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ”, ໂດຍໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບທີ່ກ່ຽວຂ້ອງ ແລະ ຕອບຄຳຖາມຂອງສື່ມວນຊົນ.

    ຕາມຂ່າວລາຍງານວ່າ: ການລຶບລ້າງຄວາມທຸກຍາກແມ່ນອຸດົມການຮ່ວມຂອງມວນມະນຸດ ທັງແມ່ນເປົ້າໝາຍສຳຄັນອັນດັບໜຶ່ງຂອງວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ, ຈີນໄດ້ເຮັດໃຫ້ການພັດທະນາຂອງຕົນ ແລະ ການພັດທະນາຮ່ວມທົ່ວໂລກເຊື່ອມໂຍງເຂົ້າກັນຢ່າງສະເໝີຕົ້ນສະເໝີປາຍ, ເປັນຜູ້ລິເລີ່ມຢ່າງຜູ້ຕັ້ງ, ຜູ້ຊຸກຍູ້ຢ່າງແຂງແຮງ ແລະ ຜູ້ປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງທົ່ວໂລກ.

    ໂດຍຜ່ານການສຶກສາອົບຮົມ ແລະ ການແລກປ່ຽນລະຫວ່າງຄັງປັນຍາ, ຈີນໄດ້ແບ່ງປັນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມທັນສະໄໝແບບຈີນ, ທັງໄດ້ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການພັດທະນາເກືອບ 20 ລ້ານຄົນໃຫ້ແກ່ 160 ກວ່າປະເທດ.