ຫ້ອງການຖະແຫຼງຂ່າວລັດຖະບານຈີນເປີດເຜີຍປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ”

2023-09-26 14:40:56 CRI


ວັນທີ 26 ກັນຍານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ”.

 

ປີ 2023 ແມ່ນປີທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄິດທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ. ປື້ມປົກຂາວໄດ້ແນະນຳຢ່າງຮອບດ້ານກ່ຽວກັບເນື້ອໃນແນວຄິດ ແລະ ພຶດຕິກຳທີ່ມີຊີວິດຊີວາແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເຊິ່ງມີຈຸດປະສົງເພື່ອເພີ່ມທະວີຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງປະຊາຄົມໂລກ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.

 

ເນື້ອໃນປື້ມປົກຂາວລະບຸວ່າ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ກໍແມ່ນຊາຕາກຳ ແລະ ອະນາຄົດຂອງທຸກຊົນເຜົ່າ ທຸກປະເທດ ແລະ ທຸກຄົນໄດ້ພົວພັນກັນຢ່າງໃກ້ຊິດ, ຄວນຮ່ວມທຸກຮ່ວມສຸກ, ພະຍາຍາມສ້າງໜ່ວຍໂລກຂອງພວກເຮົາໃຫ້ເປັນວົງຄະນາຍາດໃຫຍ່ທີ່ປອງດອງກັນ, ເຮັດໃຫ້ຄວາມປາດຖະໜາຂອງປະຊາຊົນບັນດາປະເທດທີ່ມີຕໍ່ຊີວິດອັນດີງາມບັນລຸຜົນເປັນຈິງ.

 

ເນື້ອໃນປື້ມປົກຂາວຍັງລະບຸຕື່ມວ່າ, ໃນ 10 ປີມານີ້, ແນວຄິດໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ພັດທະນາອຸດົມສົມບູນຂຶ້ນ, ພຶດຕິກຳກໍກ້າວໄປໜ້າຢ່າງໜັກແໜ້ນ, ແນວຄິດດັ່ງກ່າວນັບມື້ນັບລົງສູ່ລວງເລິກຂອງຈິດໃຈປະຊາຊົນ. ປະຊາຄົມໂລກມີຄວາມເຫັນໂດຍທົ່ວໄປວ່າ, ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ລື່ນກາຍລັດທິເຫັນແກ່ຕົວ ແລະ ລັດທິປົກປ້ອງ, ທຳລາຍແນວຄິດເຈົ້າອຳນາດທີ່ບາງປະເທດຖືຕົວເອງຢູ່ເໜືອຜູ້ອື່ນ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດ ກໍຄືການຮ່ວມກັນສ້າງອະນາຄົດອັນດີງາມຂອງມວນມະນຸດ.

 

ເນື້ອໃນປື້ມປົກຂາວຍັງລະບຸວ່າ, ການສະເໜີ ແລະ ການປະຕິບັດແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໄດ້ເຕົ້າໂຮມຄວາມຮັບຮູ້ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມື. ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນວິໄສທັດທີ່ດີງາມ, ທັງເປັນຂະບວນການປະຫວັດສາດ, ຕ້ອງການຫຼາຍຮຸ່ນຄົນສຸມຄວາມພະຍາຍາມຢ່າງຕໍ່ເນື່ອງກັນຈຶ່ງສາມາດບັນລຸຜົນເປັນຈິງໄດ້. ຂໍພຽງແຕ່ບັນດາປະເທດໃນໂລກສາມັກຄີກັນ, ຮ່ວມກັນປະຕິບັດຕາມຫຼັກການທີ່ທົ່ວໂລກຮັບຮອງໂດຍທົ່ວໄປ, ກໍສາມາດຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມວນມະນຸດ.