ທ່ານສີຈິ້ນຜິງໃຫ້ທິດຊີ້ນຳທີ່ສຳຄັນຕໍ່ກັບການລົງເລິກຊຸກຍູ້ການສ້າງເຂດທົດລອງການຄ້າເສລີ

2023-09-27 14:58:44 cri


ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ກັບການລົງເລິກຊຸກຍູ້ການສ້າງເຂດທົດລອງການຄ້າເສລີວ່າ: ການສ້າງເຂດທົດລອງການຄ້າເສລີແມ່ນມາດຕະການຍຸດທະສາດທີ່ສຳຄັນຂອງສູນກາງພັກໃນການຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນຍຸກໃໝ່. ໃນໄລຍະ 10 ປີມານີ້, ເຂດທົດລອງການຄ້າເສລີຕ່າງໆໄດ້ຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກ, ໄດ້ນຳໃຊ້ມາດຕະການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕ່າງໆ ແລະ ໄດ້ຮັບໝາກຜົນຢ່າງມີຫົວດິດປະດິດສ້າງເປັນຈຳນວນຫຼວງຫຼາຍ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ໃນຂະບວນການໃໝ່ຕ້ອງຢູ່ບົນພື້ນຖານການຖອດຖອນບົດຮຽນດ້ານການສ້າງສາໃນ 10 ປີຜ່ານມາ, ລົງເລິກປະຕິບັດຍຸດທະສາດຍົກສູງເຂດທົດລອງການຄ້າເສລີ, ກ້າເປັນກອງນຳໜ້າທີ່ບຸກບືນກ້າວໄປຂ້າງໜ້າ ແລະ ແກ້ໄຂຄວາມຫຍຸ້ງຍາກ, ດຳເນີນການຊອກຄົ້ນໃນຂົງເຂດທີ່ກວ້າງໃຫຍ່ກວ່າເກົ່າ ແລະ ລົງເລິກກວ່າເກົ່າ, ພະຍາຍາມສ້າງເຂດທົດລອງການຄ້າເສດລີທີ່ມີລະດັບສູງກວ່າເກົ່າ.