ຈີນຊົມເຊີຍໄທທີ່ປະຕິບັດນະໂຍບາຍຍົກເວັ້ນວິຊາໄລຍະສັ້ນຕໍ່ນັກທ່ອງທ່ຽວຈີນ

2023-09-27 14:43:17 cri


ວັນທີ 26 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ແລະ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບໄທທີ່ປະຕິບັດນະໂຍຍາຍຍົກເວັ້ນວິຊາໄລຍະສັ້ນຕໍ່ນັກທ່ອງທ່ຽວຈີນ.

ທ່ານວ່າງເວີນປິ່ນກ່າວວ່າ: ຈີນຊົມເຊີຍໄທທີ່ປະຕິບັດນະໂຍບາຍຍົກເວັ້ນວິຊາໄລຍະສັ້ນຕໍ່ນັກທ່ອງທ່ຽວຈີນທີ່ເດີນທາງໄປໄທ, ຈີນ-ໄທແມ່ນປະເທດໃກ້ຄຽງທີ່ມີໄມຕີຈິດມິດຕະພາບຢ່າງແໜ້ນແຟ້ນ ແລະ ຄູ່ຮ່ວມຊາຕາກຳ, ການເພີ່ມທະວີການໄປມາຫາສູ່ກັນເປັນການເສີມຂະຫຍາຍຄວາມຮັກແພງອັນເປັນມູນເຊື້ອລະຫວ່າງຈີນ-ໄທ ທັງເປັນສ່ວນປະກອບທີ່ສຳຄັນໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໃນຍຸກໃໝ່. ຈີນຍິນດີຮ່ວມກັບໄທ, ຮ່ວມກັນຂະຫຍາຍການຮ່ວມມືໃນຂົງເຂດການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ອື່ນໆ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມຮັກແພງຫຼາຍຂຶ້ນຕື່ມອີກ.

ພ້ອມດຽວກັນນັ້ນ, ກະຊວງການຕ່າງປະເທດຈີນຈະປັບປຸງນະໂຍບາຍການຂໍວິຊາ ແລະ ນະໂຍບາຍອື່ນໆໃຫ້ດີຂຶ້ນ, ຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງນຳໃຊ້ມາດຕະການໃຫ້ຄວາມສະດວກ, ຍິນດີຕ້ອນຮັບໝູ່ເພື່ອນຕ່າງປະເທດຫຼາຍກວ່າເກົ່າມາທ່ຽວຈີນ, ທັດສະນະສຶກສາຢູ່ຈີນ ແລະ ຢ້ຽມຢາມຈີນ.