ກະຊວງການຕ່າງປະເທດຈີນບັນລະຍາຍກ່ຽວກັບການເປີດເຜີຍປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ”

2023-09-27 15:14:10 CRI


ວັນທີ 26 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ, ໂດຍບັນລະຍາຍຕື່ມກ່ຽວກັບປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ” ທີ່ເປີດເຜີຍໂດຍຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນ.

 

ທ່ານວ່າງເວີນປິ່ນກ່າວວ່າ, ປີນີ້ແມ່ນປີທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄິດທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ, ນະໂອກາດນີ້, ຂ້າພະເຈົ້າຂໍເນັ້ນໜັກເຖິງຫຼາຍຂໍ້ດັ່ງນີ້:

 

ໜຶ່ງ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສອດຄ່ອງກັບທ່ວງທ່າລວມຂອງປະຫວັດສາດ, ສະແດງໃຫ້ເຫັນເຖິງສຽງຮຽກຮ້ອງຂອງປະຊາຊົນບັນດາປະເທດທີ່ສະແຫວງຫາສັນຕິພາບ ຄວາມເປັນທຳ ແລະ ຄວາມກ້າວໜ້າ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ບັນດາປະເທດໃຫ້ສາມັກຄີ ຮ່ວມມືກັນ ແລະ ຮ່ວມກັນສ້າງອະນາຄົດທີ່ດີງາມຂອງມວນມະນຸດ.

 

ສອງ, ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜີງ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຫັນຈາກແນວຄິດກາຍເປັນການເຄື່ອນໄຫວ, ຈາກການແຕກໜໍ່ຈໍ່ແໜງ ເຕີບໃຫຍ່ເຂັ້ມແຂງຂຶ້ນ, ໄດ້ຮັບໝາກຜົນອັນອຸດົມສົມບູນຢ່າງປະຈັກຕາຕໍ່ຊາວໂລກ, ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພບຂອງໂລກ.

 

ສາມ, ຈີນເປັນຜູ້ລິເລີ່ມ ທັງເປັນຜູ້ເຄື່ອໄຫວ, ໂດຍໄດ້ປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການຮັບມືກັບສິ່ງທ້າທາຍຂອງໂລກ ແລະ ປັບປຸງການຄຸ້ມຄອງໂລກ, ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

 

ຈີນຍິນດີເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດໃນໂລກ, ຮ່ວມກັນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນຂະບວນການກ້າວໜ້າ ແລະ ຫັນເປັນທັນສະໄໝຂອງມວນມະນຸດ.