ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ

2023-09-28 10:58:47 CRI


ວັນທີ 27 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ຕາມຂ່າວແຈ້ງວ່າ, ວັນທີ 26 ກັນຍານີ້, ພາກສ່ວນຄວາມໝັ້ນຄົງແຫ່ງຊາດອາເມຣິກາອອກຖະແຫຼງການ, ໂດຍຈັດເອົາວິສາຫະກິດຈີນ 3 ແຫ່ງເຂົ້າໃນ “ບັນຊີລາຍຊື່ຫົວໜ່ວຍຮູບປະທຳ” ດ້ວຍຂໍ້ອ້າງທີ່ວ່າ “ບັງຄັບອອກແຮງງານ”. ຈີນມີຄຳຕອບແນວໃດຕໍ່ກັບເລື່ອງນີ້?

 

ທ່ານວ່າງເວີນປິ່ນກ່າວວ່າ, ຈີນເຄີຍກ່າວມາຫຼາຍເທື່ອແລ້ວວ່າ, ອັນທີ່ເອີ້ນວ່າ “ບັງຄັບອອກແຮງງານ”ຢູ່ເຂດຊິ່ນຈ່ຽງເປັນຄຳຕົວະຕົ້ມທີ່ອິດທິກຳລັງເປັນປໍລະປັກກັບປະເທດຈີນປັ້ນແຕ່ງຂຶ້ນເພື່ອໃສ່ຮ້າຍປ້າຍສີຈີນ. ອາເມຣິກາຖືເອົາຄຳຕົວະຕົ້ມເປັນບ່ອນອີງ, ຈັດເອົາວິສາຫະກິດຈີນເຂົ້າໃນບັນຊີລາຍຊື່ລົງໂທດທີ່ກ່ຽວຂ້ອງ, ເປີດກວ້າງຂອບເຂດທີ່ກົດດັນວິສາຫະກິດຈີນ, ເຊິ່ງທາດແທ້ແມ່ນເພື່ອທຳລາຍຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສະຫງົບຂອງເຂດຊິ່ນຈ່ຽງ, ສະກັດກັ້ນການພັດທະນາຂອງຈີນ, ທັງເປັນການທຳລາຍກົດລະບຽບຂອງການຄ້າສາກົນ ແລະ ລະບຽບຂອງຕະຫຼາດ, ຈີນຄັດຄ້ານຕໍ່ເລື່ອງນີ້ຢ່າງເດັດດ່ຽວ.

 

ທ່ານວ່າງເວີນປິ່ນເນັ້ນໜັກວ່າ, ພວກເຮົາທວງໃຫ້ອາເມຣິກາຈົ່ງຍຸດຕິການໃສ່ຮ້າຍປ້າຍສີຈີນໃນທັນທີ, ຍຸດຕິການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ. ຈີນຈະສືບຕໍ່ໃຊ້ມາດຕະການຢ່າງເດັດດ່ຽວ, ເພື່ອປົກປັກຮັກສາສິດຜົນປະໂຫຍດທີ່ຊອບທຳ ແລະ ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ.