ອັດຕາການເຜີຍແຜ່ການຊຳລະເງິນຜ່ານມືຖືໃຫ້ທົ່ວເຖິງຂອງຈີນເປັນອັນດັບ 1 ຂອງໂລກ

2023-09-29 14:20:29 cri

ໃນກອງປະຊຸມເວທີເປິກສາຫາລືການຊຳລະເງິນ-ຫັກບັນຊີຈີນຄັ້ງທີ 12, ທ່ານຈ່າງຊິງຊົງ ຮອງຜູ້ວ່າການທະນາຄານກາງຈີນກ່າວວ່າ: ໂດຍຜ່ານການພັດທະນາມາເປັນເວລາຫຼາຍສິບປີ, ຈີນໄດ້ສ້າງເປັນລະບົບຊຳລະເງິນ-ຫັກບັນຊີທີ່ປົກຄຸມຢ່າງກວ້າງຂວາງ, ມີຄວາມປອດໄພ ແລະ ມີປະສິດທິພາບສູງ. ອັດຕາການມີບັນຊີທະນາຄານສ່ວນບຸກຄົນຂອງຊາວຈີນໄດ້ສູງກວ່າ 95%, ສູງກວ່າລະດັບສະເລ່ຍຂອງກຸ່ມເສດຖະກິດທີ່ມີລາຍຮັບສູງ ແລະ ປານກາງ, ອັດຕາການເຜີຍແຜ່ການຊຳລະເງິນຜ່ານມືຖືໃຫ້ທົ່ວເຖິງຂອງຈີນໄດ້ບັນລຸເຖິງ 86% ເຊິ່ງເປັນອັນດັບ 1 ຂອງໂລກ.