ປຶ້ມ “ຈົດໝາຍເຫດຂອງວິທະຍຸໂທລະພາບສູນກາງຈີນປີ 2022” ພິມຈຳໜ່າຍແລ້ວ

2023-09-29 14:14:09 cri

ວັນທີ 28 ກັນຍານີ້, ປຶ້ມ “ຈົດໝາຍເຫດຂອງວິທະຍຸໂທລະພາບສູນກາງຈີນປີ 2022” ໄດ້ພິມຈຳໜ່າຍອອກສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍໄດ້ບັນທຶກແນວຄວາມຄິດໃໝ່, ມາດຕະການໃໝ່ ແລະ ຜົນງານໃໝ່ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນດ້ານການລາຍງານຂ່າວ, ການໂຄສະນາເຜີຍແຜ່ສາກົນ, ການເຊື່ອມໂຍງເຂົ້າກັນດ້ານສື່ມວນຊົນ, ການຍົກລະດັບເຕັກນິກ, ການພັດທະນາດ້ານອຸດສາຫະກຳ ແລະ ການອົບຮົມຜູ້ມີຄວາມຮູ້ຄວາມສາມາດຂອງ CMG ໃນປີ 2022, ໄດ້ສະໜອງຂໍ້ມູນຂ່າວສານທີ່ລະອຽດ ແລະ ຊົງອິດທິພົນໃຫ້ແກ່ຜູ້ອ່ານທັງຫຼາຍ ໃນການຮັບຮູ້ ແລະ ຄົ້ນຄວ້າການພັດທະນາທີ່ມີຫົວຄິດປະດິດສ້າງໃໝ່ຂອງ CMG ໃນປີ 2022.


ປຶ້ມ “ຈົດໝາຍເຫດຂອງວິທະຍຸໂທລະພາບສູນກາງຈີນປີ 2022” ມີຕົວໜັງສືເກືອບ 5 ແສນໂຕ ແລະ ຮູບຖ່າຍ 260 ກວ່າໃບ.