ຍານ “ສາງເອີ-6” ຈະເກັບຕົວຢ່າງຂອງດວງຈັນຢູ່ເບື້ອງທີ່ໂລກເບິ່ງບໍ່ເຫັນກັບມາສູ່ໂລກ

2023-09-30 14:46:36 CRI

ວັນທີ 29 ກັນຍານີ້, ອົງການການບິນອະວະກາດແຫ່ງຊາດຈີນໄດ້ເປີດເຜີຍຄວາມຄືບໜ້າຫຼ້າສຸດຂອງພາລະກິດ “ສາງເອີ-6” ໃນໄລຍະ 4 ຂອງໂຄງການສຳຫຼວດດວງຈັນຂອງຈີນ. ປັດຈຸບັນ, ຍານສຳຫຼວດດວງຈັນ “ສາງເອີ-6” ພວມດຳເນີນການຄົ້ນຄວ້າຜະລິດຕາມແຜນການທີ່ວາງໄວ້ ແລະ ຈະສົ່ງຂຶ້ນສູ່ອະວະກາດກ່ອນ ຫຼື ຫຼັງປີ 2024 ຕາມແຜນການ. ຍານ “ສາງເອີ-6” ຈະໄປຮອດດວງຈັນເບື້ອງທີ່ໂລກເບິ່ງບໍ່ເຫັນ ເກັບເອົາຕົວຢ່າງແລ້ວກັບມາສູ່ໂລກ. ນີ້ຈະເປັນຄັ້ງທຳອິດຂອງມະນຸດທີ່ໄປເກັບເອົາຕົວຢ່າງຢູ່ເບື້ອງທີ່ໂລກເບິ່ງບໍ່ເຫັນ.


ທ່ານຫວາງສົງ ຮອງຫົວໜ້າໃຫຍ່ນັກອອກແບບຂອງພາລະກິດ “ສາງເອີ-6” ກ່າວວ່າ: ມາຮອດປັດຈຸບັນ, ມະນຸດເຮົາໄດ້ໄປເກັບເອົາຕົວຢ່າງຢູ່ເທິງດວງຈັນກັບມາສູ່ໂລກ 10 ເທື່ອແລ້ວ ແລະ 10 ເທື່ອນີ້ລ້ວນແຕ່ແມ່ນເກັບເອົາຢູ່ເທິງດວງຈັນທີ່ໂລກເບິ່ງເຫັນໄດ້. ນັກວິທະຍາສາດເຫັນວ່າ, ດວງຈັນນັ້ນ ເບື້ອງທີ່ໂລກເບິ່ງບໍ່ເຫັນໂດຍລວມແລ້ວແມ່ນເກົ່າແກ່ກວ່າເບື້ອງທີ່ໂລກເບິ່ງເຫັນໄດ້, ມີຄຸນຄ່າດ້ານການຄົ້ນຄວ້າວິທະຍາສາດທີ່ສຳຄັນ. ສະນັ້ນ, ຍານ “ສາງເອີ-6” ຈະໄປເກັບເອົາຕົວຢ່າງຢູ່ເບື້ອງທີ່ໂລກເບິ່ງບໍ່ເຫັນມາວິເຄາະ ເພື່ອໄດ້ຮັບຕົວເລກຂໍ້ມູນຫຼ້າສຸດດ້ານວິທະຍາສາດຂອງດວງຈັນ.