ເອຊຽນເກມຫາງໂຈ່ວຈັດກອງປະຊຸມຖະແຫຼງຂ່າວ ແນະນຳສະພາບການດຳເນີນຂອງງານທີ່ດຳເນີນມາໄດ້ເຄິ່ງໜຶ່ງ

2023-10-02 15:03:30 cri

ຕອນເຊົ້າວັນທີ 1 ຕຸລານີ້, ງານມະຫະກຳເອຊຽນເກມຫາງໂຈ່ວໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳສະພາບການດຳເນີນຂອງງານໃນໂອກາດທີ່ດຳເນີນມາໄດ້ເຄິ່ງໜຶ່ງ.


ກອງປະຊຸມຖະແຫຼງຂ່າວເປີດເຜີຍວ່າ, ນັບມາຮອດວັນທີ 30 ກັນຍາຜ່ານມາ, ງານມະຫະກຳເອຊຽນເກມຫາງໂຈ່ວ ໄດ້ຈັດການແຂ່ງຂັນ 3.264 ຄັ້ງໃນ 45 ລາຍການແຂ່ງຂັນຢູ່ສະໜາມແຂ່ງຂັນ 48 ແຫ່ງ, ໄດ້ຊີງເອົາຫຼຽນຄຳ 240 ຫຼຽນ, ລາຍການດຳເນີນການແຂ່ງຂັນໄດ້ກວມເອົາ 74% ຂອງຍອດຈຳນວນລາຍການແຂ່ງຂັນ, ຈຳນວນຫຼຽນຄຳທີ່ຊີງເອົາແລ້ວໄດ້ກວມ 50% ຂອງຍອດຈຳນວນຫຼຽນຄຳທັງໝົດ.

ເມື່ອສັງເກດຈາກປະເທດແລະເຂດແຄວ້ນແລ້ວເຫັນວ່າ, ມີ 22 ປະເທດແລະເຂດແຄວ້ນຊີງໄດ້ຫຼຽນຄຳທັງໝົດ 240 ຫຼຽນ, ມີ 34 ປະເທດ ແລະ ເຂດແຄວ້ນຊີງໄດ້ຫຼຽນລາງວັນ ເຊິ່ງໄດ້ກວມ 76% ຂອງຍອດຈຳນວນຄະນະນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານຄັ້ງນີ້.