ຈຳນວນບົດນິພົນຈຸດເດັ່ນຂອງຈີນໄດ້ກວມ 45% ຂອງທົ່ວໂລກ

2023-10-02 15:00:19 cri

ຜົນສະຖິຕິບົດນິພົນວິທະຍາສາດເຕັກໂນໂລຊີຈີນປີ 2023 ທີ່ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານວິທະຍາສາດເຕັກໂນໂລຊີຈີນເປີດເຜີຍໃນຫວ່າງມໍ່ໆມານີ້ ສະແດງໃຫ້ເຫັນວ່າ: ຈຳນວນບົດນິພົນຈຸດເດັ່ນຂອງຈີນກວມອັດຕາສ່ວນຂອງໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໄດ້ກວມ 45,9% ຂອງຍອດຈຳນວນຂອງໂລກ, ເປັນອັນດັບ 1 ຂອງໂລກຕໍ່ມາ; ຈຳນວນບົດນິພົນທີ່ຖືກອ້າງອີງນຳໃຊ້ໃນບົດນິພົນອື່ນຫຼາຍເທື່ອໄດ້ສືບຕໍ່ເປັນອັນດັບ 2 ຂອງໂລກ, ກວມຍອດຈຳນວນຂອງໂລກ ເພີ່ມຂຶ້ນ 3,5%.


ບົດນິພົນທີ່ເຜີຍແຜ່ໃນສອງປີຜ່ານມາຖືກອ້າງອີງນຳໃຊ້ເປັນຈຳນວນຫຼວງຫຼາຍໃນສອງເດືອນຜ່ານມາ ແລະ ຈຳນວນຄັ້ງຖືກອ້າງອີງນຳໃຊ້ຂອງບົດນິພົນສາມາດເຂົ້າສູ່ 0,1% ຂອງຂະແໜງວິຊາຕົນຈະຖືກເອີ້ນວ່າເປັນບົດນິພົນຈຸດເດັ່ນ.


ຜົນສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດເດືອນກໍລະກົດປີ 2023, ຈຳນວນບົດນິພົນຈຸດເດັ່ນຂອງຈີນແມ່ນ 1.929 ບົດ, ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ສະຖິຕິຂອງປີ 2022 ແລະ ໄດ້ກວມ 45,9% ຂອງຍອດຈຳນວນທົ່ວໂລກ, ເປັນອັນດັບ 1 ຂອງໂລກຕໍ່ມາ. ຈຳນວນບົດນິພົນຈຸດເດັ່ນຂອງອາເມຣິກາແມ່ນ 1.592 ບົດ, ເປັນອັນດັບ 2 ຂອງໂລກ.