ພິທີຊັກທຸງຊາດຂຶ້ນເສົາໂອກາດສະເຫຼີມສະຫຼອງວັນຊາດຈີນ ຈັດຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເໝີນຢ່າງສະຫງ່າຜ່າເຜີຍ

2023-10-02 11:42:54 cri

ວັນທີ 1 ຕຸລານີ້ເປັນວັນຄົບຮອບ 74 ປີຂອງການສະຖາປະນາສາທາລະນະລັດປະຊາຊົນຈີນ, ຢູ່ສະໜາມຫຼວງທ່ຽນອ່ານເໝີນທີ່ນະຄອນຫຼວງປັກກິ່ງໄດ້ຈັດພິທີຊັກທຸງຊາດຂຶ້ນເສົາຢ່າງສະຫງ່າຜ່າເຜີຍ, ມີປະຊາຊົນຈາກວົງການຕ່າງໆຫຼາຍກວ່າ 3 ແສນຄົນເຂົ້າຊົມພິທີດັ່ງກ່າວ ເພື່ອອວຍພອນໃຫ້ປະເທດຊາດຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ.