ກຳລັງຕິດຕັ້ງໄຟຟ້າແສງຕາເວັນຂອງຈີນບັນລຸ 500 ກວ່າລ້ານກິໂລວັດ

2023-10-02 15:01:09 cri

ອົງການພະລັງງານແຫ່ງຊາດຈີນແຈ້ງໃຫ້ຮູ້ໃນຫວ່າງມໍ່ໆມານີ້ວ່າ: ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ກຳລັງຕິດຕັ້ງໄຟຟ້າແສງຕາເວັນໃນທົ່ວປະເທດຈີນເພີ່ມໃໝ່ 100 ກວ່າລ້ານກິໂລວັດ, ກວມປະມານ 57% ຂອງຍອດກຳລັງຕິດຕັ້ງໄຟຟ້າທີ່ເພີ່ມໃໝ່ທັງໝົດ. ນັບມາຮອດທ້າຍເດືອນສິງຫາປີນີ້, ຍອດກຳລັງຕິດຕັ້ງໄຟຟ້າແສງຕາເວັນຂອງຈີນມີທັງໝົດປະມານ 510 ລ້ານກິໂລວັດ, ເພີ່ມຂຶ້ນ 44,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. 510 ລ້ານກິໂລວັດເທົ່າກັບຍອດກຳລັງຕິດຕັ້ງໄຟຟ້າຂອງເຂື່ອນຊານເຊຍ 23 ແຫ່ງ.


ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນສິງຫາປີນີ້, ຍອດກຳລັງຕິດຕັ້ງໄຟຟ້າໃນທົ່ວປະເທດຈີນມີທັງໝົດປະມານ 2,76 ຕື້ກິໂລວັດ, ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ໂຄງການແຫຼ່ງໄຟຟ້າຂອງວິສາຫະກິດຜະລິດໄຟຟ້າຕົ້ນຕໍໃນທົ່ວປະເທດຈີນໄດ້ສຳເລັດການລົງທຶນ 470,3 ຕື້ຢວນ, ເພີ່ມຂຶ້ນ 46,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໂຄງການເຄືອຂ່າຍໄຟຟ້າໄດ້ສຳເລັດການລົງທຶນ 270,5 ຕື້ຢວນ, ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.