ປະທານາທິບໍດີຊີຣີ: “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມຂອງໂລກ

2023-10-03 13:57:13 CRI


    ໃນເດືອນມັງກອນປີ 2022 ຜ່ານມາ, ຊີຣີໄດ້ປະກາດເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ຊີຣີເປັນປະເທດໜຶ່ງທີ່ສຳຄັນຢູ່ລຽບຕາມເສັ້ນທາງສາຍໄໝບູຮານ, , ເນື່ອງໃນໂອກາດທີ່ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ທ່ານບາຊາ ອັນ ອາຊັດ ປະທານາທິບໍດີຊີຣີໄດ້ໃຫ້ການສຳພາດຕໍ່ນັກຂ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”  ແລະ ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງໂລກທີ່ສະເໜີໂດຍທ່ານປະທານສີຈີ້ນຜິງນັ້ນໄດ້ຊ່ວຍຊູຍູ້ໜູນກັນ. ການພັດທະນາບໍ່ສາມາດປາສະຈາກຄວາມໝັ້ນຄົງໄດ້, ເມື່ອມີການພັດທະນາ ແລະ ຄວາມໝັ້ນຄົງແລ້ວ, ຈຶ່ງຈະສາມາດສືບສານສາຍເຊື່ອມຕໍ່ອະລິຍະທຳ ສິນທຳ ແລະ ວັດທະນະທຳລະຫວ່າງປະເທດ. ການບັນລຸການພັດທະນາຂອງປະເທດຕົນບໍ່ເທົ່າກັບການລຶບລ້າງຄວາມຍອມຮັບຕໍ່ປະເທດອື່ນ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ບໍ່ພຽງແຕ່ແມ່ນຂໍ້ລິເລີ່ມຂອງຈີນເທົ່ານັ້ນ, ຍິ່ງແມ່ນຂໍ້ລິເລີ່ມຂອງໂລກ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ພວມຢູ່ໃນໄລຍະປະຕິບັດ, ຕ້ອງການອົງການຈັດຕັ້ງສາກົນປະສານສົມທົບກັນໃນດ້ານການເຄື່ອນໄຫວ. ຂໍ້ລິເລີ່ມເຫຼົ່ານີ້ເຊື່ອສານກັບອົງການຈັດຕັ້ງສາກົນ, ຊຸກຍູ້ຂໍ້ລິເລີ່ມເຫຼົ່ານີ້ໄດ້ຮັບການປະຕິບັດຢູ່ໃນທົ່ວໂລກ.