ສື່ມວນຊົນ 17 ປະເທດສຳຜັດກັບສະພາບຕົວຈິງຢູ່ເຂດຊິ່ນຈ່ຽງ ແລະຍ້ອງຍໍຊົມເຊີຍການພັດທະນາດ້ວຍຄຸນນະພາບສູງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-10-03 16:22:28 cri


ຫວ່າງມໍ່ໆມານີ້, ຊຸດອົບຮົມຜູ້ຮັບຜິດຊອບສື່ມວນຊົນຂອງປະເທດຮ່ວມກັນສ້າງແລວເສດຖະກິດເສັ້ນທາງສາຍໄໝ ທີ່ມີຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເປັນເຈົ້າພາບ ແລະ ຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງເປັນຝ່າຍຈັດ ໄດ້ຈັດຂຶ້ນຢູ່ຊິ່ນຈ່ຽງ. ນັກວິຊາການສື່ມວນຊົນ 22 ຄົນທີ່ມາຈາກ 17 ປະເທດ ເປັນຕົ້ນແບນຊິກ, ການາດາ, ເຢຍລະມັນ, ອິນໂດເນເຊຍ, ອີຣານ ແລະ ກາຊັກສະຖານ ໄດ້ໄປເອົາຂ່າວຢູ່ນະຄອນອູລຸມກີ, ເຂດຄາສ, ກິ່ງແຂວງປົກຄອງຕົນເອງກາຊັກຢີ່ຫຼີ ແລະແຫ່ງອື່ນໆ ໂດຍໄດ້ສົນທະນາແລກປ່ຽນກັບປະຊາຊົນບັນດາເຜົ່າຢ່າງໃກ້ຊິດ ທັງໄດ້ຮັບຮູ້ແລະເຂົ້າໃຈສະພາບການພັດທະນາເສດຖະກິດສັງຄົມຂອງຊິ່ນຈ່ຽງຢ່າງຮອບດ້ານແລະພາວະວິໄສໂດຍຜ່ານກິດຈະກຳຕ່າງໆ ເຊັ່ນການປາຖະກະຖາທີ່ມີຫົວຂໍ້ສະເພາະ, ງານສົນທະນາ ແລະ ອື່ນໆ.



ພາຍຫຼັງການທັດສະນະສຶກສາຢູ່ເຂດທ່າບົກສາກົນອູລຸມກີ, ສູນຂະບວນລົດໄຟດ່ວນຈີນ-ເອີຣົບຢູ່ອູລຸມກີ, ເມື່ອງບູຮານຄາສ, ເມືອງຢີ່ໜິງ ແລະອື່ນໆແລ້ວ, ຜູ້ຮັບຜິດຊອບສື່ມວນຊົນຫຼາຍປະເທດໄດ້ຢືນຢັນວ່າ: ເສດຖະກິດຊິ່ນຈ່ຽງພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ, ສັງຄົມມີສະຖຽນລະພາບຢ່າງກົມກຽວ, ວັດທະນະທຳມີຄວາມຫຼາກຫຼາຍແລະຄວາມຈະເລີນ, ທຸກຄົນໄດ້ຍ້ອງຍໍຊົມເຊີຍຜົນສຳເລັດອັນພົ້ນເດັ່ນທີ່ໄດ້ຮັບໃນ 10 ປີມານີ້ພາຍຫຼັງຂໍ້ສະເໜີຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກມາ.