ຈີນພວມສະໜອງຜະລິດຕະພັນສາທາລະນະທາງທະເລສາກົນນັບມື້ນັບຫຼາຍໃຫ້ກັບປະເທດແລະພາກພື້ນທີ່ກ່ຽວຂ້ອງ

2023-10-04 14:59:17 cri

ຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຊັບຜະຍາກອນທຳມະຊາດຈີນຢືນຢັນວ່າ: ໂດຍຜ່ານການເຂົ້າຮ່ວມກົນໄກຄຸ້ມຄອງທະເລທົ່ວໂລກພາຍໃຕ້ຂອບອົງການສະຫະປະຊາຊາດຢ່າງຕັ້ງໜ້າ, ຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການກຳນົດກົດລະບຽບວ່າດ້ວຍການຂຸດຄົ້ນບໍ່ແຮ່ຢູ່ທະເລ ເລິກ, ການອະນຸລັກຊີວະນານາພັນທາງທະເລ ແລະອື່ນໆ ເຊັ່ນ “ແຜນການຮ່ວມມືທາງທະເລຂອງການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນທີ່ອຸດົມສົມບູນ, “ແຜນການຂອບການຮ່ວມມືສາກົນຢູ່ທະເລຈີນໃຕ້ແລະທະເລບໍລິເວນອ້ອມຂ້າງ” ໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກປະເທດອ້ອມຂ້າງ. ພາຍໃຕ້ແນວຄິດປະຊາຄົມຮ່ວມຊາຕາກຳຂອງທະເລ, ຈີນກັບປອກຕຸຍການ, ສະຫະພາບເອີຣົບ, ເຊແຊນ ແລະອື່ນໆໄດ້ເຊັນເອກະສານລະຫວ່າງລັດຖະບານກ່ຽວກັບການສ້າງການພົວພັນຄູ່ຮ່ວມມືສີຟ້າ, ຈັດກອງປະຊຸມໂຕະມົນລັດຖະມົນຕີທະເລລະຫວ່າງຈີນ-ປະເທດເກາະດອນນ້ອຍ ພ້ອມທັງເຜີຍແຜ່ “ຖະແຫຼງການຮ່ວມພິງຖານ” ແລະອື່ນໆ, ຈີນພວມສະໜອງຜະລິດຕະພັນສາທາລະນະທາງທະເລສາກົນນັບມື້ນັບຫຼາຍໃຫ້ກັບປະເທດແລະພາກພື້ນທີ່ກ່ຽວຂ້ອງ.

ປັດຈຸບັນ, ສູນເຕືອນໄພຄື້ນຊຶນາມິຢູ່ເຂດທະເລຈີນໃຕ້ໄດ້ໃຫ້ການບໍລິການແກ່ 9 ປະເທດທີ່ຢູ່ບໍລິເວນອ້ອມຮອບທະເລຈີນໃຕ້.