ກະຊວງການຄ້າຈີນຕອບຄຳຖາມກ່ຽວກັບສະຫະພາບເອີຣົບດຳເນີນການສືບສວນຕ້ານການໃຫ້ເງິນອຸດໜູນລົດຍົນໄຟຟ້າຂອງຈີນ

2023-10-05 15:54:22 cri


ວັນທີ 4 ຕຸລານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ປະກາດແຈ້ງການວ່າ ຕົກລົງດຳເນີນການສືບສວນຕ້ານການໃຫ້ເງິນອຸດໜູນລົດຍົນບັນທຸກຄົນທີ່ ໃຊ້ພະລັງງານໄຟຟ້າເປັນເຊື້ອເພີງທີ່ນຳເຂົ້າຈາກຈີນ.

ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງນີ້, ໂຄສົກຖະແຫຼງຂ່າວກະຊວງການຄ້າຈີນກ່າວວ່າ: ການສືບສວນຂອງສະຫະພາບເອີຣົບ ພຽງແຕ່ອີງໃສ່ການວິນິດໄສແບບໃນຕົວຕໍ່ອັນທີ່ເອີ້ນວ່າໂຄງການໃຫ້ເງິນອຸດໜູນ ກໍຄືໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫຼາຍ, ບໍ່ມີຫຼັກຖານທີ່ພຽງພໍ, ບໍ່ສອດຄ່ອງກັບກົດລະບຽບທີ່ກ່ຽວຂ້ອງຂອງອົງການການຄ້າໂລກ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ກັບເລື່ອງນີ້. ຂະນະທີ່ເອີຣົບຮຽກຮ້ອງໃຫ້ຈີນປຶກສາຫາລືກັນພາຍໃນເວລາສັ້ນ ແລະ ບໍ່ໃຫ້ເອກະການປຶກສາຫາລືທີ່ມີປະສິດທິຜົນ, ນີ້ໄດ້ທຳລາຍສິດຂອງຈີນຢ່າງໜັກໜ່ວງ.

ຈີນເຕືອນໃຫ້ເອີຣົບພິຈາລະນາຈາກການປົກປັກຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງທົ່ວໂລກ ກໍຄືການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເອີຣົບ, ນຳໃຊ້ມາດຕະການເກື້ອກູນການຄ້າຢ່າງສຸຂຸມຮອບຄອບ, ສົ່ງເສີມການຮ່ວມມືຢ່າງເລິກເຊິ່ງໃນຂະແໜງການພະລັງງານໃໝ່ທີ່ຖືລົດຍົນໄຟຟ້າເປັນຕົວແທນ ເພື່ອສ້າງສະພາບແວດລ້ອມຕະຫຼາດທີ່ຍຸຕິທຳ, ບໍ່ມີການຈຳແນກ ແລະ ສາມາດຄາດຄະເນໄດ້ໃຫ້ກັບການຮ່ວມກັນພັດທະນາອຸດສາຫະກຳລົດຍົນໄຟຟ້າຈີນ-ເອີຣົບ. ຈີນຈະຕິດຕາມຂັ້ນຕອນການສືບສວນຕໍ່ໄປຂອງເອີຣົບຢ່າງໃກ້ຊິດ, ເດັດດ່ຽວປົກປັກຮັກສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນ.