ໃນໄລຍະພັກບຸນໄຫວ້ພະຈັນແລະວັນຊາດຈີນ ຄາດວ່າທົ່ວປະເທດຈີນມີປະຊາຊົນເຄື່ອນໄຫວຂ້າມເຂດແຄ້ວນເກືອບ 2,05 ຕື້ເທື່ອຄົນ

2023-10-05 16:24:57 cri


ໃນໄລຍະພັກບຸນໄຫວ້ພະຈັນແລະວັນຊາດຈີນ 2023 ນີ້, ກະຊວງຄົມມະນາຄົມແລະຂົນສົ່ງຈີນຄາດວ່າ: ຄຽງຄູ່ກັບປະລິມານຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະ ການບິນພົນລະເຮືອນເພີ່ມຂຶ້ນຢ່າງຮອບດ້ານ, ທົ່ວປະເທດຈີນຈະມີປະຊາຊົນເຄື່ອນໄຫວຂ້າມເຂດແຄ້ວນເກືອບ 2,05 ຕື້ເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 257 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,5% ຕໍ່ມື້ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ປະຊາຊົນມີຄວາມມ່ວນຊື່ນໃນການເດີນທາງ, ການຈໍລະຈອນສິນຄ້າມີຄວາມສະດວກວ່ອງໄວ ກໍຄືປະເທດຈີນທີ່ມີຊີວິດຊີວາ ໄດ້ສະແດງໃຫ້ເຫັນເຖິງແຮງຂັບເຄື່ອນທີ່ເຂັ້ມແຂງຂອງເສດຖະກິດຈີນ.