ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມພິທີປິດເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ

2023-10-06 14:39:21 cri

ວັນທີ 6 ຕຸລານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ວັນທີ 8 ຕຸລານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມພິທີປິດເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ ແລະ ຈະຈັດງານລ້ຽງຕ້ອນຮັບຜູ້ນຳຕ່າງປະເທດທີ່ເດີນທາງມາຈີນເຂົ້າຮ່ວມພິທີພ້ອມດ້ວຍກິດຈະກຳສອງຝ່າຍ.