ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນີວເຄລຍຟູຄູຊິມະລົງສູ່ທະເລຮອບທີ2

2023-10-06 12:06:38 cri

ແຫຼ່ງຂ່າວຈາກເວັບໄຊກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນີວເຄລຍຟູຄູຊິມະລົງສູ່ທະເລຮອບທີ2.

ໂຄສົກທ່ານນີ້ກ່າວຢືນຢັນວ່າ: ຈີນມີຈຸດຢືນຢ່າງຈະແຈ້ງມາໂດຍຕະຫຼອດຕໍ່ບັນຫາກ່ຽວກັບໂຮງໄຟຟ້ານີວເຄລຍຟູຄູຊິມະຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ, ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຕາມລຳພັງພຽງແຕ່ຝ່າຍດຽວ.

ຂ້າພະເຈົ້າຢາກກ່າວຢ້ຳອີກຄັ້ງໜຶ່ງວ່າ ທະເລເປັນຊັບສິນຮ່ວມຂອງມວນມະນຸດ. ລັດຖະບານຍີ່ປຸ່ນຄວນຕອບສະໜອງກັບຄວາມກັງວົນຂອງປະຊາຄົມໂລກຢ່າງຮອບດ້ານ,ເປິກສາຫາລືກັບປະເທດອ້ອມຂ້າງຢ່າງເຕັມທີ່ດ້ວຍຄວາມຈິງໃຈ, ຈັດການນ້ຳປົນເປື້ອນລັງສີນີວເຄລຍດ້ວຍຄວາມຮັບຜິດຊອບສູງ. ປະຊາຄົມໂລກຄວນຊຸກຍູ້ການສ້າງແຜນການຈັດວາງການຕິດຕາມວັດແທກໃນລະດັບສາກົນທີ່ມີປະສິດທິຜົນຍາວນານ ພ້ອມທັງຮັບປະກັນໃຫ້ຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງເຊັ່ນ ປະເທດອ້ອມຂ້າງຍີ່ປຸ່ນເຂົ້າຮ່ວມຢ່າງແທ້ຈິງ.