ທ່ານຫວາງຢີ້ເຂົ້າຮ່ວມພິທີໄຂເວທີເປິກສາຫາລືການຮ່ວມມືສາກົນ “ປິ່ນອ້ອມຫິມະໄລ” ຕິເບດຈີນຄັ້ງທີ 3

2023-10-06 12:10:32 CRI

 

   ວັນທີ 5 ຕຸລານີ້, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງການຄະນະກໍາມະການວຽກງານການຕ່າງປະເທດສູນກາງຈີນໄດ້ເຂົ້າຮ່ວມພິທີໄຂເວທີເປິກສາຫາລືການຮ່ວມມືສາກົນ “ປິ່ນອ້ອມຫິມະໄລ” ຕິເບດຈີນຄັ້ງທີ 3 ຢູ່ນະຄອນຫຼິນຈື່ ເຂດປົກຄອງຕົນເອງຕິເບດຈີນ. ທ່ານ ອາມາໄຊຮານ ຮອງນາຍົກລັດຖະມົນຕີມົງໂກລີ, ທ່ານນາງ ປາດມາ ກຸມາຣິ ອາຢາຣ ຮອງປະທານລັດຖະສະພາເນປານ, ທ່ານ ຈາລິວ ອັບບັສ ຈິລານິ ລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານ ພ້ອມດ້ວຍເຈົ້າໜ້າທີ່ທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂແລະກ່າວຄໍາປາໄສ.


   ກ່ຽວກັບການລົງເລິກການຮ່ວມມືໃນໄລຍະຕໍ່ໜ້າ, ທ່ານ ຫວາງຢີ້ ສະເໜີໃຫ້ຍຶດໝັ້ນຄວາມເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເລັ່ງຫັນເປັນແບບສີຂຽວ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ ກໍຄືການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ.


   ໃນໂອກາດນີ້, ຝ່າຍຕ່າງໆໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ສໍາຄັນ ແລະ ໃຫຍ່ຫຼວງໃນການສ້າງຄວາມສີວິໄລດ້ານນິເວດກໍຄືການພັດທະນາເສດຖະກິດ-ສັງຄົມຂອງເຂດຕິເບດຈີນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ເວທີດັ່ງກ່າວທີ່ໄດ້ເສີມຂະຫຍາຍບົດບາດອັນສໍາຄັນເຂົ້າໃນການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມື ກໍຄືການບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນການພັດທະນາຂອງປະເທດຢູ່ໃນພາກພື້ນ. ນອກນັ້ນ, ຝ່າຍຕ່າງໆຍັງເຫັນດີເປັນເອກະພາບກັນວ່າຄວນສຸມຄວາມພະຍາຍາມຮ່ວມກັນ, ປົກປັກຮັກສາອະລິຍະທໍາມວນມະນຸດ ແລະ ຊີວະນານາພັນ ເພື່ອບັນລຸການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດກັບທໍາມະຊາດ, ຮ່ວມກັນຊົມໃຊ້ໝາກຜົນດ້ານການຮ່ວມມືເພື່ອການພັດທະນາ.


   ເວທີເປິກສາຫາລືຄັ້ງນີ້ທີ່ມີອົງການປົກຄອງເຂດປົກຄອງຕົນເອງຕິເບດ ແລະ ກະຊວງການຕ່າງປະເທດຈີນຮ່ວມກັນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫຼິນຈື່ເຂດປົກຄອງຕົນເອງຕິເບດ ໃນລະຫວ່າງວັນທີ 4-6 ຕຸລານີ້, ໂດຍມີຜູ້ຕາງໜ້າຈາກ 40 ກວ່າປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມເພື່ອເປິກສາຫາລືຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການປົກປັກຮັກສາສິ່ງແວດລ້ອມນິເວດ, ການຮ່ວມມືດ້ານການພັດທະນາ ເປັນຕົ້ນ.