ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງກຳມະບານຈີນຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 9 ຕຸລານີ້

2023-10-07 15:46:26 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງກຳມະບານຈີນຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 9 ຕຸລານີ້.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ມີຄະນະຜູ້ແທນ 35 ຄະນະ, ຜູ້ຕາງໜ້າ 2002 ທ່ານທີ່ມາຈາກກຳມະບານແຫ່ງຕ່າງໆໃນທົ່ວປະເທດ, ກຳມະບານທາງລົດໄຟ, ການບິນພົນລະເຮືອນ ແລະການເງິນ, ພ້ອມດ້ວຍສະຫະພັນກຳມະບານຂັ້ນສູນກາງ ແລະອົງການແຫ່ງລັດຈະເຂົ້າຮ່ວມກອງປະຊຸມຄັ້ງນີ້. ນອກນີ້, ຍັງມີຜູ້ຕາງໜ້າພິເສດ 60 ທ່ານ ແລະແຂກຜູ້ມີກຽດຈາກຮົງກົງ ແລະມາກາວ 50 ຄົນເຂົ້າຮ່ວມ.

 

ໃນຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງກຳມະບານຈີນ, ພະນັກງານຂັ້ນຮາກຖານກວມເອົາ 68,3%, ກຳມະກອນຜູ້ອອກແຮງງານກວມເອົາ 26,7%, ອັດຕາສ່ວນລ້ວນແຕ່ໄດ້ເພີ່ມຂຶ້ນເມື່ອທຽບໃສ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 17 ຂອງກຳມະບານຈີນ. ຜູ້ອອກແຮງງານຈຳນວນໜຶ່ງໃນຮູບແບບໃໝ່ ເຊັ່ນ: ຜູ້ສົ່ງດ່ວນ, ຜູ້ສົ່ງອາຫານ, ຜູ້ຂັບລົດຂົນສົ່ງທາງອິນເຕີເນັດ ແລະອື່ນໆໄດ້ຖືກເລືອກເປັນຜູ້ຕາງໜ້າ, ເຊິ່ງໄດ້ເພີ່ມທະວີຄວາມກວ້າງຂວາງ ແລະລັກສະນະຕົວແທນຂອງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມຕື່ມອີກ.