ກະຊວງການຄ້າຈີນຕອບໂຕ້ກ່ຽວກັບເລື່ອງທີ່ອາເມຣິກາຈັດວິສາຫະກິດຈີນຈຳນວນໜຶ່ງເຂົ້າໃນ “ບັນຊີລາຍຊື່ວິສາຫະກິດ”ຄວບຄຸມການສົ່ງອອກ

2023-10-07 15:40:03 CRI

ວັນທີ 6 ຕຸລາປີ 2023 ນີ້ຕາມເວລາພາກຕາເວັນອອກຂອງອາເມຣິກາ,ກະຊວງການຄ້າອາເມຣິກາ, ປະກາດຈັດວິສາຫະກິດຈີນຈຳນວນໜຶ່ງເຂົ້າໃນ “ບັນຊີລາຍຊື່ວິສາຫະກິດ” ຄວບຄຸມການສົ່ງອອກດ້ວຍຂໍ້ອ້າງທີ່ວ່າກ່ຽວພັນເຖິງຣັດເຊຍ.

 

ໂຄສົກກະຊວງການຄ້າຈີນກ່າວໃນເວລາຕອບຄຳຖາມຂອງນັກຂ່າວວ່າ: ຈີນໄດ້ເອົາໃຈໃສ່ນຳສະພາບການທີ່ກ່ຽວຂ້ອງ. ພາຍໃນເວລາອັນສັ້ນໆອາເມຣິກາໄດ້ຖືການກ່ຽວພັນກັບຣັດເຊຍເປັນຂໍ້ອ້າງອີກເທື່ອໜຶ່ງ, ຈັດວິສາຫະກິດຈີນຈຳນວນໜຶ່ງເຂົ້າໃນ “ບັນຊີລາຍຊື່ວິສາຫະກິດ” ຄວບຄຸມການສົ່ງອອກ. ອາເມຣິກາເຮັດໃຫ້ມະໂນພາບຂອງຄວາມໝັ້ນຄົງແຫ່ງຊາດຂະຫຍາຍອອກໄປ, ນຳໃຊ້ມາດການການຄຸ້ມຄອງການສົ່ງອອກຢ່າງຊະຊາຍ, ປະຕິບັດການລົງໂທດຝ່າຍດຽວແລະ “ການຄວບຄຸມແຂນຍາວ” ຕໍ່ວິສາຫະກິດຈີນຕາມລຳພັງໃຈ, ນີ້ແມ່ນການບັງຄັບດ້ານເສດຖະກິດແລະການຂົ່ມເຫັງແບບລັດທິຝ່າຍດຽວຢ່າງແທ້ຈິງ, ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.

 

ອາເມຣິກາຄວນດັດແກ້ການກະທຳທີ່ຜິດພາດໃນທັນທີ, ຍຸດຕິການປາບປາມຢ່າງໄຮ້ສາເຫດຕໍ່ວິສາຫະກິດຈີນ. ຈີນຈະນຳໃຊ້ທຸກມາດຕະການທີ່ມີຄວາມຈຳເປັນ, ເດັດດ່ຽວປົກປ້ອງສິດແລະຜົນປະໂຫຍດຢ່າງຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນ.