ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດສປຈີນປີ 2023 ຜູ້ເດີນທາງທ່ອງທ່ຽວພາຍໃນປະເທດຈີນມີເຖິງ 826 ລ້ານເທື່ອຄົນ

2023-10-07 15:03:38 CRI


ວັນທີ 6 ຕຸລານີ້, ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນໄດ້ເປີດເຜີຍສະພາບການຕະຫຼາດວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດສປຈີນປີ 2023. ສູນຂໍ້ມູນກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນຄາດຄະເນວ່າ, ໃນໄລຍະພັກ 8 ວັນ, ຜູ້ເດີນທາງທ່ອງທ່ຽວພາຍໃນປະເທດຈີນມີເຖິງ 826 ລ້ານເທື່ອຄົນ, ເພີ່ມຂຶ້ນ 71,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ລາຍຮັບຈາກການທ່ອງທ່ຽວພາຍໃນປະເທດມີ 753,43 ຕື້ຢວນ, ເພີ່ມຂຶ້ນ 129,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.



ການບໍລິໂພກດ້ານວັດທະນະທຳ ແລະ ທ່ອງທ່ຽວໃນ ໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດສປຈີນປີ 2023ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນໄດ້ຈັດກິດຈະກຳເດືອນບໍລິໂພກວັດທະນະທຳ ແລະທ່ອງທ່ຽວວັນຊາດໃນທົ່ວປະເທດ, ໂດຍນຳສະເໜີເສັ້ນທາງທ່ອງທ່ຽວຊົນນະບົດທົ່ວປະເທດທີ່ດີເດັ່ນ 149 ສາຍ, ແລະຖານສາທິດການທ່ອງທ່ຽວອຸດສາຫະກຳ 69 ແຫ່ງ.