ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບແຜ່ນດິນໄຫວຢູ່ອາຟການີສະຖານ

2023-10-08 21:25:37 cri

 

    ວັນທີ 8 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບແຜ່ນດິນໄຫວຢູ່ອາຟການີສະຖານ.

    ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ ວັນທີ 7 ຕຸລານີ້, ຢູ່ແຂວງເຮີຣັດ ພາກຕາເວັນຕົກອາຟການີສະພານໄດ້ເກີດແຜ່ນດິນໄຫວຂັ້ນ 6,2 ລິກເທີ, ປັດຈຸບັນ ໄດ້ເຮັດໃຫ້ມີຄົນເສຍຊີວິດ 2 ພັນກວ່າຄົນ, ເກືອບໝື່ນຄົນໄດ້ຮັບບາດເຈັບ. ຂໍຖາມວ່າ ຝ່າຍຈີນຈະສະໜອງການຊ່ວຍເຫຼືອກູ້ໄພໃຫ້ອາຟການີສະຖານຫຼືບໍ່?

    ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ຈີນໄດ້ເຫັນຂ່າວລາຍງານກ່ຽວກັບແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງເຮີຣັດຂອງປະເທດອາຟການີສະຖານ ເຊິ່ງໄດ້ເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ, ຈີນສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດ ແລະ ສະແດງຄວາມເສົ້າເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ບາດເຈັບຢ່າງຈິງໃຈ. ເຊື່ອວ່າ ປະຊາຊົນອາຟການີສະຖານຍ່ອມຈະຜ່ານຜ່າຜົນກະທົບຈາກໄພພິບັດໂດຍໄວ ແລະສ້າງບ້ານແປງເມືອງຄືນໃໝ່. ຈີນຈະສະໜອງການຊ່ວຍເຫຼືອກູ້ໄພຕາມຄວາມສາມາດຂອງຕົນ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງອາຟການີສະຖານ.