ຈີນຮຽກຮ້ອງໃຫ້ປາເລັດສະຕິນ ກັບ ອິດສະຣາແອນຢຸດຍິງໃນທັນທີ

2023-10-08 17:04:30 CRI

    ວັນທີ 8 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການປະທະກັນລະຫວ່າງປາເລັດສະຕິນ ກັບ ອິດສະຣາແອນທີ່ຮ້າຍແຮງຂຶ້ນ.


    ມີນັກຂ່າວຖາມວ່າ: ອິດສະຣາແອນ ກັບ ກຸ່ມປະກອບອາວຸດຢູ່ເຂດກາຊາຂອງປາເລັດສະຕິນເກີດການປະທະກັນຢ່າງຮຸນແຮງ,ເຮັດໃຫ້ສອງຝ່າຍມຄົນເສຍຊີວິດ ແລະ ບາດເຈັບີຈຳນວນຫຼວງຫຼາຍ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?



    ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນມີຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ສະຖານະການເຄັ່ງຕຶງລະຫວ່າງປາເລັດສະຕິນ ກັບ ອດິສະຣາແອນ ແລະ ຄວາມຮຸນແຮງເພີ່ມຂຶ້ນໃນປັດຈຸບັນ, ຮຽກຮ້ອງໃຫ້ຝ່າຍຕ່າງໆຮັກສາຄວາມອົດກັ້ນໄວ້, ຢຸດຍິງໃນທັນທີ, ປົກປ້ອງສາມັນຊົນແລະ ປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງຕື່ມອີກ.