ລາຍຮັບປີ້ເຂົ້າຊົມການແຂ່ງຂັນຂອງງານກິລາເອຊຽນຮາງໂຈ່ວບຸກທະລຸ 600 ລ້ານຢວນ

2023-10-08 12:05:07 CRI


    ງານກິລາເອຊຽນຄັ້ງທີ 19 ຮາງໂຈ່ວຈະອັດລົງໃນວັນທີ 8 ຕຸລານີ້,ຄະນະຈັດຕັ້ງງານກິລາເອຊຽນໄດ້ຈັດກອງປະຊຸມຖະແຫຼງຂ່າວແບບສະຫຼຸບໃນວັນທີ 7 ຕຸລານີ້.


    ກອງປະຊຸມຖະແຫຼງຂ່າວແນະນຳວ່າ, ປີ້ເຂົ້າຊົມການແຂ່ງຂັນຂອງງານກິລາເອຊຽນຄັ້ງທີ 19 ຮາງໂຈ່ວຂາຍດິບຂາຍດີ, ປີ້ເຂົ້າຊົມການແຂ່ງຂັນທີ່ນິຍົມຈຳນວນຫຼາຍຊື້ຍາກສົມຄວນ. ປີ້ເຂົ້າຊົມການແຂ່ງຂັນຂອງງານກິລາເອຊຽນຄັ້ງທີ 19 ຮາງໂຈ່ວໄດ້ຈຳໜ່າຍຫຼາຍກວ່າ 3 ລ້ານໃບ ໂດຍໄດ້ມີລາຍຮັບຫຼາຍກວ່າ 600 ລ້ານຢວນ, ໂດຍສະເລ່ຍແລ້ວ, ແຕ່ລະມື້ກໍມີຜູ້ຊົມຫຼາຍກວ່າ 2 ແສນຄົນໄປສະໜາມກິລາຕ່າງໆເພື່ອເບິ່ງຊົມການແຂ່ງຂັນ.