ນັກກິລາຈີນໄດ້ຮັບຫຼຽນຄຳ 201 ຫຼຽນ ໂດຍໄດ້ສ້າງຜົນງານດີທີ່ສຸດໃນປະຫວັດສາດງານກິລາເອຊຽນເກມ

2023-10-08 16:42:47 CRI


    ໃນງານກິລາເອຊຽນເກມຄັ້ງທີ 19 ຮາງໂຈ່ວ, ຄະນະນັກກິລາຈີນນັບລວມແລ້ວໄດ້ຮັບຫຼຽນຄຳ 201 ຫຼຽນ, ຫຼຽນເງິນ 111 ຫຼຽນແລະ ຫຼຽນທອງ 71 ຫຼຽນ, ລວມທັງຫມົດ 383 ຫຼຽນ, ຈຳນວນຫຼຽນຄຳໄດ້ລື່ນກາຍ 199 ຫຼຽນໃນງານກິລາເອຊຽນເກມກວາງໂຈ່ວປີ 2010 ໂດຍໄດ້ສ້າງຜົນງານດີທີ່ສຸດໃນປະຫວັດສາດງານກິລາເອຊຽນເກມ.