ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນແຕ່ວັນທີ 5 ຫາ 10 ພະຈິກປີນີ້

2023-10-08 14:31:17 CRI


    ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນແຕ່ວັນທີ 5  ຫາ 10 ພະຈິກປີນີ້. ອີງຕາມຕົວເລກສະຖິຕິທີ່ບໍ່ເປັນທາງການ, ນັບມາຮອດປັດຈຸບັນ ໄດ້ມີວິສາຫະກິດ 1.400 ແຫ່ງທີ່ມາຈາກປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຊັນສັນຍາເພື່ອເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ແລ້ວ. ຊ່ອງທາງເສດຖະກິດການຄ້າແບບເປີດປະຕູພົບກັບໝູ່ຄູ່ພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເຮັດໃຫ້ເກີດພະລັງຊີວິດການພັດທະນາແນວໃດແດ່?


    ນັກທຸລະກິດເນປານຜູ້ໜຶ່ງໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນ 3 ປີກ່ອນເປັນເທື່ອທຳອິດ ແລະ ໄດ້ຈັດຮ້ານວາງສະແດງສິນຄ້າທີ່ມີເນື້ອທີ່ 16 ຕາລາງແມັດຢູ່ຫໍວາງສະແດງສິນຄ້າເນປານ. ນັກທຸລະກິດຜູ້ນີ້ຄາດບໍ່ໄດ້ວ່າ, ການວາງສະແດງສິນຄ້າເທື່ອນີ້ຈະຊ່ວຍໃຫ້ລາວເປີດ “ເສັ້ນທາງການຄ້າກັບຈີນ”.



     ນັກທຸລະກິດເນປານຜູ້ນີ້ກ່າວວ່າ: ເວລາ 3 ປີກ່ອນ, ຂ້າພະເຈົ້າພຽງແຕ່ຢາກທົດລອງເບິ່ງ ຈິ່ງໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ປັດຈະບັນ ຮ້ານວາງສະແດງສິນຄ້າຂອງຂ້າພະເຈົ້າໄດ້ບັນລຸເຖິງ 168 ຕາລາງແມັດແລ້ວ. ໃນເມື່ອກ່ອນ, ໂຮງງານຂອງຂ້າພະເຈົ້າຢູ່ເນປານແມ່ນນ້ອຍທີ່ສຸດ, ແຕ່ປັດຈຸບັນໄດ້ປ່ຽນເປັນໂຮງງານໃຫຍ່ໂຕແລ້ວ. ຕະຫຼາດໃຫຍ່ຂອງຈີນມີໂອກາດຫຼາຍກວ່າເກົ່າ.

 

    ຫວ່າງມໍ່ໆມານີ້, ນັກທຸລະກິດເນປານຜູ້ນີ້ພວມກຽມເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຢູ່. ປີນີ້, ລາວມີແຜນຈະນຳເອົາຜະລິດຕະພັນແຄສເມຍທີ່ມີສີສັນພິເສດເນປານມາໃຫ້ແກ່ຜູ້ບໍລິໂພກຂອງຈີນຫຼາຍກວ່າ.