ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ທີ່ຫາງໂຈ່ວປິດລົງຢ່າງຈົບງາມ

2023-10-09 10:47:31 CRI

ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ໄດ້ປິດລົງຢ່າງຈົບງາມໃນຕອນຄ່ຳວັນທີ 8 ຕຸລານີ້ທີ່ນະຄອນຫາງໂຈ່ວ. ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີປິດງານ. ໃນໄລຍະດຳເນີນງານເປັນເວລາ 16 ວັນຜ່ານມາ, ມີນັກກິລາໝື່ນກວ່າຄົນຈາກ 45 ປະເທດ ແລະ ເຂດແຄວ້ນຂອງອາຊີໄດ້ສາມັກຄີ ແລກປ່ຽນກັນ, ໄດ້ຮັບມິດຕະພາບ, ສູ້ຊົນແຂ່ງຂັນກັນ ແລະ ແຂ່ງຂັນກັບຕົນເອງຢູ່ໃນງານດັ່ງກ່າວ, ນັບລວມແລ້ວໄດ້ທຳລາຍສະຖິຕິໂລກ 15 ເທື່ອ, ທຳລາຍສະຖິຕິອາຊີ 37 ເທື່ອ ແລະ ໄດ້ທຳລາຍສະຖິຕິຂອງງານເອຊຽນເກມ 170 ເທື່ອ, ໄດ້ຮ່ວມກັນສ້າງຄວາມສະຫງ່າລາສີ ແລະ ຄວາມເປັນກຽດຄັ້ງໃໝ່ ໃຫ້ແກ່ກິລາອາຊີ. ຈີນຍຶດໝັ້ນທັດສະນະຄະຕິແຫ່ງການຈັດງານກິລາເອຊຽນເກມຄັ້ງນີ້ຄື “ສີຂຽວ, ປັນຍາປະດິດ, ປະຢັດ ແລະ ສີວິໄລ”, ໄດ້ຮັບການຕີລາຄາເປັນຢ່າງສູງໂດຍທົ່ວໄປຈາກມະຫາຄອບຄົວຄະນະກຳມະການໂອລິມປິກອາຊີ ແລະ ປະຊາຄົມໂລກ ດ້ວຍສະໜາມກິລາ-ສິ່ງປະກອບສ້າງອັນຍອດຢ້ຽມ ແລະ ການຈັດຕັ້ງການບໍລິການທີ່ດີ. ໃນງານມະຫະກຳກິລາເອຊຽນເກມຄັ້ງນີ້, ຄະນະນັກກິລາແຫ່ງຊາດຈີນຊີງໄດ້ຫຼຽນຄຳ 201 ຫຼຽນ, ລວມທັງໝົດຊີງໄດ້ 383 ຫຼຽນ ເຊິ່ງເປັນຜົນງານດີທີ່ສຸດໃນປະຫວັດສາດການເຂົ້າຮ່ວມງານເອຊຽນເກມຂອງຈີນ ແລະ ເປັນປະເທດທີ່ຄອງອັນດັບໜຶ່ງໃນຕາຕະລາງສະຫຼຸບຫຼຽນຄຳຂອງງານເອຊຽນເກມ 11 ເທື່ອຢ່າງຕໍ່ເນື່ອງກັນ.