ຫໍພິພິທະພັນທົ່ວປະເທດຈີນຕ້ອນຮັບຜູ້ເຂົ້າຊົມ 66 ລ້ານເທື່ອຄົນໃນໄລຍະພັກບຸນໄຫວ້ພະຈັນແລະວັນຊາດຈີນປີນີ້

2023-10-09 10:39:25 cri

ແຫຼ່ງຂ່າວຈາກອົງການວັດຖຸບູຮານແຫ່ງຊາດຈີນລາຍງານໃຫ້ຮູ້ວ່າ: ອີງຕາມຕົວເລກຂໍ້ມູນທີ່ກ່ຽວຂ້ອງ, ນັບແຕ່ວັນທີ 29 ກັນຍາຫາວັນທີ 6 ຕຸລາປີ 2023, ຫໍພິພິທະພັນທົ່ວປະເທດຈີນໄດ້ຕ້ອນຮັບຜູ້ເຂົ້າຊົມທັງໝົດ 66 ລ້ານເທື່ອຄົນ, ໃນນັ້ນ, ຫໍພິພິທະພັນຊັ້ນ 1 ໄດ້ຕ້ອນຮັບຜູ້ເຂົ້າຊົມທັງໝົດປະມານ 10 ລ້ານເທື່ອຄົນ.