ຕົວເລກດັດສະນີສິນຄ້າລາຍໃຫຍ່ຂອງຈີນໃນເດືອນກັນຍາຜ່ານມາເພີ່ມຂຶ້ນຢ່າງຕໍ່ເນື່ອງ

2023-10-09 10:41:41 cri

ວັນທີ 9 ຕຸລານີ້, ສະມາຄົມຈໍລະຈອນແລະຈັດຊື້ສິນຄ້າຈີນໄດ້ເປີດເຜີຍຕົວເລກດັດສະນີສິນຄ້າລາຍໃຫຍ່ຂອງຈີນໃນເດືອນກັນຍາຜ່ານມາ.


ຕົວເລກດັດສະນີສິນຄ້າລາຍໃຫຍ່ຂອງຈີນໃນເດືອນກັນຍາຜ່ານມາແມ່ນ 103,6%, ເພີ່ມຂຶ້ນ 0,9% ເມື່ອທຽບໃສ່ເດືອນສິງຫາປີນີ້, ຕົວເລກດັດສະນີດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ເພີ່ມຂຶ້ນເຖິງຈຸດສູງສຸດນັບແຕ່ເດືອນສິງຫາປີ 2020 ເປັນຕົ້ນມາ.


ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ: ຄຽງຄູ່ກັບນະໂຍບາຍຕ່າງໆເລີ່ມບັງເກີດຜົນ, ເສດຖະກິດຈີນຈະຟື້ນຕົວຄືນຢ່າງແຂງແຮງຕື່ມອີກ, ການຜະລິດດ້ານອຸດສາຫະກຳກໍໄດ້ເລັ່ງລັດໄວເຂົ້າ, ຄວາມຕ້ອງການດ້ານຕະຫຼາດກໍອາດຈະຟື້ນຟູຂຶ້ນຕື່ມອີກ, ຕະຫຼາດສິນຄ້າລາຍໃຫຍ່ໃນເດືອນຕຸລານີ້ຈະສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີຕໍ່ໄປ.