CMG ແລະ ສື່ມວນຊົນຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນເປີດການຮ່ວມມືໃໝ່

2023-10-10 14:38:14 cri

    ວັນທີ 9 ຕຸລາ 2023, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງວິທະຍຸໂທລະພາບສູນກາງຈີນຫຼື CMG ກັບສື່ມວນຊົນຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮອບໃໝ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ. ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

    ໃນພິທີດັ່ງກ່າວໄດ້ເປີດເຜີຍ “ຂໍ້ລິເລີ່ມປະສົມກ່ຽວກັບ CMG ແລະສື່ມວນຊົນຂອງປະເທດຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນລະຫ່ວາງອະລິຍະທຳ ”, ຮຽກຮ້ອງໃຫ້ສື່ມວນຊົນຄວນກາຍເປັນຜູ້ເຜີຍແຜ່ຄຸນຄ່າຮ່ວມກັນຂອງມວນມະນຸດ, ເປັນຜູ້ປົກປັກຮັກສາລັກສະນະຄວາມຫຼາກຫຼາຍດ້ານອະລິຍະທຳ, ແລະເປັນຜູ້ນຳພາການແລກປ່ຽນ ແລະ ຮ່ວມມືດ້ານວັດທະນະທຳ.

    ໃນພິທີດັ່ງກ່າວຍັງໄດ້ເປີດເຜີຍຜົນງານຂອງກິດຈະກຳຮວບຮວມ “ເລື່ອງເລົ່າລະຫວ່າງຕົນເອງກັບຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ” ທີ່CMG ເປັນເຈົ້າພາບຈັດຂຶ້ນໃນບໍລິເວນທົ່ວໂລກ.