ຈີນເຜີຍແຜ່ປຶ້ມປົກຂາວ “ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ: ພຶດຕິກຳສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”

2023-10-10 10:36:15 cri

ວັນທີ 10 ຕຸລານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ເຜີຍແຜ່ປຶ້ມປົກຂາວ “ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”: ພຶດຕິກຳສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”.


ປຶ້ມປົກຂາວດັ່ງກ່າວໄດ້ຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ ໂດຍໄດ້ບັນຍາຍປະຫວັດສາດ, ທັດສະນະ, ວິໄສທັດ, ຊ່ອງທາງບັນລຸເປົ້າໝາຍ, ຜົນສຳເລັດຈາກພຶດຕິກຳ ແລະ ຄວາມໝາຍຕໍ່ໂລກ ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ແນະນຳຜົນສຳເລັດອັນອຸດົມສົມບູນນັບແຕ່ການສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະ 10 ປີຜ່ານມານີ້ຢ່າງຮອບດ້ານ, ໄດ້ບັນຍາຍເຖິງຄວາມຕັດສິນໃຈ ແລະ ການເຄື່ອນໄຫວຂອງຈີນ ໃນການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີການພັດທະນາຢ່າງມີຄຸນນະພາບສູງ ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດກັບບັນດາປະເທດຢູ່ໃນໂລກ.


ປຶ້ມປົກຂາວດັ່ງກ່າວແມ່ນພິມຈຳໜ່າຍເປັນ 8 ພາສາ ຄື: ພາສາຈີນ, ພາສາອັງກິດ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາເຢຍລະມັນ, ພາສາແອສປາຍ, ພາສາອາຣັບ ແລະ ພາສາຍີ່ປຸ່ນ.