ລະບົບການຊຳລະເງິນຢວນຂ້າມຊາດບໍ່ປິດກິດຈະການໃນໄລຍະພັກວຽກໄລຍະຍາວເປັນຄັ້ງທຳອິດ

2023-10-10 10:14:06 CRI

ເພື່ອຕອບສະໜອງຕາມຄວາມຕ້ອງການຕໍ່ກິດຈະການເງິນຢວນຂ້າມຊາດຂອງອົງການການຕະຫຼາດ, ລະບົບການຊຳລະເງິນຢວນຂ້າມຊາດ ຫຼື CIPS ບໍ່ໄດ້ປິດກິດຈະການໃນໄລຍະພັກວຽກໄລຍະຍາວເປັນຄັ້ງທຳອິດໃນປີນີ້, ໄດ້ສະໜອງການບໍລິການດ້ານການຊຳລະເງິນຢວນຂ້າມຊາດໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ.


ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, CIPS ເປີດບໍລິການຕາມວັນລັດຖະການຂອງຕ່າງປະເທດ, ໄດ້ເປີດບໍລິການຕໍ່ພາຍນອກເປັນ 6 ວັນລັດຖະການຕາມປົກກະຕິ, ຕັ້ງໜ້າບໍລິການລູກຄ້າໃນໄລຍະພັກວຽກ ເຊິ່ງກິດຈະການໄດ້ກວມເອົາ 71 ປະເທດ ແລະ ເຂດແຄວ້ນຢູ່ໃນໂລກ. ນີ້ກໍແມ່ນຄັ້ງທຳອິດທີ່ລະບົບ CIPS ໄດ້ເປີດບໍລິການຊຳລະເງິນຂ້າມຊາດຢ່າງຕໍ່ເນື່ອງໃນໄລຍະພັກວຽກເປັນໄລຍະຍາວ.


ທະນາຄານປະຊາຊົນຈີນໄດ້ເປີດເຜີຍບົດລາຍງານປະຕິບັດນະໂຍບາຍເງິນຕາຈີນໃນໄຕມາດທີສອງປີນີ້ ໂດຍສະແດງໃຫ້ເຫັນວ່າ: ໃນ 6 ເດືອນທຳອິດປີນີ້, ການຮັບ ແລະ ຈ່າຍດ້ວຍເງິນຢວນຂ້າມຊາດລວມທັງໝົດມີ 24.500 ຕື້ຢວນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມອັດຕາສ່ວນຂອງປະລິມານການຮັບ-ຈ່າຍດ້ວຍເງິນຢວນ ແລະ ເງິນຕາຕ່າງປະເທດທີ່ຂ້າມຊາດເຖິງ 57%.