ທາງລົດໄຟຈີນໄດ້ຂົນສົ່ງຜູ້ໂດຍສານ 195 ລ້ານເທື່ອຄົນໃນໄລຍະພັກບຸນໄຫວ້ພະຈັນແລະວັນຊາດຈີນ

2023-10-10 14:48:51 cri

ວັນທີ 9 ຕຸລານີ້, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງຂ່າວໃຫ້ຮູ້ວ່າ, ລະຫວ່າງວັນທີ 27 ກັນຍາຜ່ານມາຫາວັນທີ 8 ຕຸລານີ້, ການຂົນສົ່ງໃນໄລຍະພັກບຸນໄຫວ້ພະຈັນແລະວັນຊາດຈີນເປັນເວລາ 12 ວັນໄດ້ສິ້ນສຸດລົງຢ່າງຈົບງາມ, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 195 ລ້ານເທື່ອຄົນ, ໄດ້ຂົນສົ່ງຜູ້ໂດຍສານ 16 ລ້ານກວ່າເທື່ອຄົນຕໍ່ມື້; ໄດ້ຂົນສົ່ງສິນຄ້າທັງໝົດ 135 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າໄດ້ຮັກສາຢູ່ໃນລະດັບສູງ.