ທ່ານສີຈິ້ນຜິງໃຫ້ຄຳຊີ້ແຈງທີ່ສຳຄັນຕໍ່ວຽກງານໂຄສະນາ, ແນວຄິດ ແລະ ວັດທະນະທຳ

2023-10-10 14:41:40 cri

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ແຈງທີ່ສຳຄັນຕໍ່ວຽກງານໂຄສະນາ, ແນວຄິດ ແລະ ວັດທະນະທຳ ໂດຍລະບຸວ່າ: ວຽກງານນໂຄສະນາ, ແນວຄິດ ແລະ ວັດທະນະທຳກ່ຽວພັນກັບອະນະຄົດ ແລະ ຊາຕາກຳຂອງພັກ, ກ່ຽວພັນກັບຄວາມສະຫງົບຖາວອນຂອງປະເທດ ແລະ ກ່ຽວພັນກັບກຳລັງເຕົ້າໂຮມຂອງຊົນຊາດ, ເປັນວຽກງານທີ່ມີຄວາມສຳຄັນທີ່ສຸດ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ຄະນະພັກຂັ້ນຕ່າງໆຕ້ອງແບກຫາບຄວາມຮັບຜິດຊອບດ້ານການເມືອງທີ່ສຳຄັນກ່ຽວກັບການປະຕິບັດວຽກງານໂຄສະນາ, ແນວຄິດ ແລະ ວັດທະນະທຳໃຫ້ດີ, ຮັບປະກັນນະໂຍບາຍ ແລະ ການຈັດວາງກ່ຽວກັບການກໍ່ສ້າງວັດທະນະທຳຂອງສູນກາງພັກໃຫ້ໄດ້ຮັບການປະຕິບັດຢ່າງແທ້ຈິງ. ພາກສ່ວນໂຄສະນາ ແລະ ວັດທະນະທຳຂັ້ນຕ່າງໆຕ້ອງເພີ່ມທະວີຄວາມຮັບຜິດຊອບດ້ານການເມືອງ, ມີຄວາມກ້າຫານໃນການປະຕິຮູບ ແລະ ການປະດິດສ້າງໃໝ່, ກ້າຕໍ່ສູ້ ແລະ ຮູ້ວິທີຕໍ່ສູ້, ສ້າງສະພາບການໃໝ່ດ້ານວຽກງານໂຄສະນາ, ແນວຄິດ ແລະ ວັດທະນະທຳໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ.

ກອງປະຊຸມວຽກງານໂຄສະນາ, ແນວຄິດ ແລະ ວັດທະນະທຳທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 7 ຫາ 8 ຕຸລານີ້. ໃນກອງປະຊຸມດັ່ງກ່າວໄດ້ເຜີຍແຜ່ຄຳຊີ້ແຈງຂອງທ່ານສີຈິ້ນຜິງ.