ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງສະຫະພັນກຳມະບານທົ່ວປະເທດຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-10-10 10:26:11 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງສະຫະພັນກຳມະບານທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 9 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ຜູ້ນຳທ່ານອື່ນໆຂອງພັກແລະລັດຖະບານຈີນໄດ້ເຂົ້າມາສະແດງຄວາມອວຍພອນຢູ່ທີ່ປະຊຸມ, ທ່ານໄຊ້ສີ ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກໄດ້ຕາງໜ້າສູນກາງພັກກ່າວຄຳອວຍພອນ.


ມີຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 18 ຂອງສະຫະພັນກຳມະບານທົ່ວປະເທດຈີນຈາກພາກສ່ວນຕ່າງໆໃນທົ່ວປະເທດເກືອບ 2.000 ທ່ານ ແລະ ຜູ້ແທນເຊື້ອເຊີນພິເສດ 50 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມ.


ກອງປະຊຸມໄດ້ຍື່ນ “ກົດລະບຽບກຳມະບານຈີນ (ສະບັບປັບປຸງ)”, “ບົດລາຍງານວຽກງານການເງິນຂອງຄະນະບໍລິຫານງານສະໄໝທີ 17 ຂອງສະຫະພັນກຳມະບານທົ່ວປະເທດຈີນ”, “ບົດລາຍງານວຽກງານຄະນະກຳມະການກວດກາງົບປະມານສະໄໝທີ 17 ຂອງສະຫະພັນກຳມະບານທົ່ວປະເທດຈີນ”  ຕໍ່ກອງປະຊຸມດ້ວຍຮູບແບບບົດລາຍງານ ເພື່ອໃຫ້ຜູ້ແທນທັງຫຼາຍຄົ້ນຄວ້າພິຈາລະນາ.