ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້ບັນລຸເຖິງ 4253,37 ຕື້ຢວນ

2023-10-11 10:46:16 cri

ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 4253,37 ຕື້ຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າສົ່ງອອກ 1767,31 ຕື້ຢວນ, ຫຼຸດລົງ 7,4%; ມູນຄ່ານຳເຂົ້າ 2486, 06 ຕື້ຢວນ, ເພີ່ມຂຶ້ນ 22,5%; ການຄ້າການບໍລິການເສຍປຽບດຸນການຄ້າມູນຄ່າ 718,75 ຕື້ຢວນ. ອັດຕາສ່ວນຂອງການຄ້າການບໍລິການຄວາມຮູ້ສຸມໄດ້ເພີ່ມຂຶ້ນ, ການບໍລິການດ້ານການທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.