ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3

2023-10-11 09:54:25 cri

ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນລະຫວ່າງວັນທີ 17 ຫາ 18 ຕຸລານີ້ ພາຍໃຕ້ຫົວຂໍ້: “ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງຢ່າງມີຄຸນນະພາບສູງ, ບັນລຸການພັດທະນາແລະຈະເລີນຮຸ່ງເຮືອງຮ່ວມກັນ”. ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີໄຂກອງປະຊຸມ ແລະ ກ່າວຄຳປາໄສຕາມຫົວຂໍ້ກອງປະຊຸມ ພ້ອມທັງຈະຈັດງານລ້ຽງຕ້ອນຮັບ ແລະ ພົບປະສອງຝ່າຍກັບແຂກຜູ້ມີກຽດທີ່ມເຂົ້າຮ່ວມກອງປະຊຸມ.