ຍອດປະລິມານການຜະລິດແລະຈຳໜ່າຍລົດຂອງຈີນໃນ 9 ເດືອນປີນີ້ຕ່າງໄດ້ເພີ່ມຂຶ້ນ 7,3% ແລະ 8,2% ຕາມລຳດັບ

2023-10-12 11:09:58 cri

ອີງຕາມສະມາຄົມອຸດສາຫະກຳລົດຈີນແຈ້ງຂ່າວໃຫ້ຮູ້ວ່າ: ລະຫວ່າງເດືອນມັງກອນຫາເດືອນກັນຍາປີນີ້, ຍອດປະລິມານການຜະລິດແລະຈຳໜ່າຍລົດຂອງຈີນຕ່າງໄດ້ບັນລຸເຖິງ 21.075.000 ຄັນ ແລະ 21.069.000 ຄັນ, ຕ່າງໄດ້ເພີ່ມຂຶ້ນ 7,3% ແລະ 8,2% ຕາມລຳດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ຕົວເລກຂໍ້ມູນຈາກສະມາຄົມອຸດສາຫະກຳລົດຈີນສະແດງໃຫ້ເຫັນວ່າ: ລະຫວ່າງເດືອນມັງກອນຫາເດືອນກັນຍາປີນີ້, ຍອດປະລິມານການຜະລິດແລະຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນຕ່າງໄດ້ບັນລຸເຖິງ 6.313.000 ຄັນ ແລະ 6.278.000 ຄັນ, ຕ່າງໄດ້ເພີ່ມຂຶ້ນ 33,7% ແລະ 37,5% ຕາມລຳດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ່ວນແບ່ງໃນຕະຫຼາດໄດ້ບັນລຸເຖິງ 29,8%.