ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນໃນ 3 ໄຕມາດປີນີ້ບັນລຸເຖິງ 30.800 ຕື້ຢວນ

2023-10-13 15:12:54 cri

ຕອນເຊົ້າວັນທີ 13 ຕຸລານີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງອົງການພາສີແຫ່ງຊາດຈີນກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດໂດຍຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນວ່າ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໃນ 3 ໄຕມາດປີນີ້ບັນລຸເຖິງ 30.800 ຕື້ຢວນ, ການຄ້າຂາເຂົ້າ-ຂາອອກຂອງຈີນໄດ້ຮັກສາສະພາບໝັ້ນທ່ຽງ ແລະ ມີທ່າອຽງທີ່ຕັ້ງໜ້າ.


ອີງຕາມສະຖິຕິຂອງອົງການພາສີແຫ່ງຊາດຈີນໃຫ້ຮູ້ວ່າ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນໃນ 3 ໄຕມາດປີນີ້ແມ່ນບັນລຸເຖິງ 30.800 ຕື້ຢວນ, ຫຼຸດລົງ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ສົ່ງອອກມູນຄ່າ 17.600 ຕື້ຢວນ, ເພີ່ມຂຶ້ນ 0,6%, ນຳເຂົ້າມູນຄ່າ 13.200 ຕື້ຢວນ, ຫຼຸດລົງ 1,2%.