ລະຫວ່າງເດືອນມັງກອນຫາເດືອນສິງຫາປີນີ້ ຈີນໄດ້ເຮັດທຸລະກຳຊຳລະເງິນດ້ວຍເງິນຢວນຂ້າມຊາດຈຳນວນ 22.590 ຕື້ຢວນ

2023-10-13 10:55:46 cri

ທະນາຄານຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ທະນາຄານຈີນໄດ້ເປີດກວ້າງການບໍລິການຜະລິດຕະພັນເງິນຢວນຂ້າມຊາດຢ່າງຕັ້ງໜ້າ, ລະຫວ່າງເດືອນມັງກອນຫາເດືອນສິງຫາປີນີ້ ຈີນໄດ້ເຮັດທຸລະກຳຊຳລະເງິນດ້ວຍເງິນຢວນຂ້າມຊາດຈຳນວນ 22.590 ຕື້ຢວນ.

ໃນນັ້ນ, ອົງການພາຍໃນປະເທດຈີນຂອງທະນາຄານຈີນໄດ້ເຮັດທຸລະກຳຊຳລະເງິນດ້ວຍເງິນຢວນຂ້າມຊາດຈຳນວນ 8.290 ຕື້ຢວນ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ອົງການຢູ່ຕ່າງປະເທດຂອງທະນາຄານຈີນໄດ້ ເຮັດທຸລະກຳຊຳລະເງິນດ້ວຍເງິນຢວນຂ້າມຊາດຈຳນວນ 1.430 ຕື້ຢວນ, ເພີ່ມຂຶ້ນ 4,45% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.