ທ່ານສີຈິ້ນຜິງເປັນປະທານກອງປະຊຸມສົນທະນາກ່ຽວກັບການຊຸກຍູ້ການພັດທະນາແລວເສດຖະກິດແມ່ນ້ຳຢາງເຊຢ່າງມີຄຸນນະພາບສູງ

2023-10-13 15:19:39 cri

ຕອນບ່າຍວັນທີ 12 ຕຸລານີ້, ຢູ່ນະຄອນໜານຊາງແຂວງຈ່ຽງຊີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເປັນປະທານກອງປະຊຸມສົນທະນາກ່ຽວກັບການຊຸກຍູ້ການພັດທະນາແລວເສດຖະກິດແມ່ນ້ຳຢາງເຊຢ່າງມີຄຸນນະພາບສູງ ແລະ ກ່າວຄຳປາໄສສຳຄັນ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງຈັດຕັ້ງປະຕິບັດທັດສະນະພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນດຳເນີນການອະນຸລັກໂດຍລວມ, ແຕ່ຫາກບໍ່ແມ່ນດຳເນີນການບຸກເບີກພັດທະນາໃຫຍ່, ຍຶດໝັ້ນໃຫ້ບຸລິມະສິດແກ່ລະບົບນິເວດ ແລະ ການພັດທະນາສີຂຽວ, ຊຸກຍູ້ການອະນຸລັກສິ່ງແວດລ້ອມແລະການພັດທະນາເສດຖະກິດສັງຄົມ ດ້ວຍການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການປະສານສົມທົບດ້ານນະໂຍບາຍ ແລະ ການປະສານງານກັນ, ປະຕິບັດນະໂຍບາຍໄລຍະຍາວ ແລະ ສ້າງພື້ນຖານຢ່າງຖາວອນ ດ້ວຍສາຍຕາກວ້າງໄກ, ຊຸກຍູ້ການພັດທະນາແລວເສດຖະກິດແມ່ນ້ຳຢາງເຊຢ່າງມີຄຸນນະພາບສູງ ເພື່ອເປັນສິ່ງຄ້ຳປະກັນ ແລະ ຮັບໃຊ້ຄວາມທັນສະໄໝແບບຈີນໄດ້ດີກວ່າເກົ່າ.