ຈັດງານສຳມະນາກ່ຽວກັບລາຍການ “ສຳພາດຜູ້ນຳ” ຂອງCMG ອອກອາກາດຄົບຮອບ1ປີ

2023-10-14 10:53:11 cri



ວັນທີ13ຕຸລານີ້, ງານສຳມະນາກ່ຽວກັບລາຍການ “ສຳພາດຜູ້ນຳ”ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGອອກອາກາດຄົບຮອບ1ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍມີທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່CMG ເປັນປະທານກອງປະຊຸມ ພ້ອມທັງສຳມະນາກັບຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງສູນກາງພັກແລະລັດຖະບານ, ຜູ້ຊ່ຽວຊານ ນັກວິຊາການກໍຄືທີມງານຈັດທຳລາຍການເພື່ອເປັນການສ້າງແນວຄວາມຄິດໃໝ່ໃຫ້ກັບລາຍການດັ່ງກ່າວໃນການສືບຕໍ່ຮັກສາທາດແທ້ແລະປະດິດສ້າງໃໝ່.


ລາຍການ“ສຳພາດຜູ້ນຳ” ແມ່ນອອກອາກາດກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄຂຂຶ້ນ, ນັບມາຮອດວັນທີ 6 ຕຸລານີ້, ໄດ້ອອກອາກາດແລ້ວ 47 ຕອນ, ໂດຍໄດ້ສຳພາດນັກການເມືອງຄົນສຳຄັນໃນສາກົນທີ່ມາຈາກບັນດາທະວີບທັງໝົດ 41 ທ່ານ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ 6 ທ່ານ.


ທ່ານເຊີ້ນໄຫສົງກ່າວວ່າ: CMGໄດ້ຍຶດໝັ້ນຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍສະເພາະແມ່ນແນວຄິດສີຈິ້ນຜິງດ້ານການຕ່າງປະເທດເປັນທິດຊີ້ນຳ, ນຳສະເໜີເລື່ອງລາວກ່ຽວກັບຈີນຕໍ່ໂລກໃຫ້ມີປະສິດທິຜົນດ້ວຍລາຍການດີເດັ່ນຕ່າງໆ.ລາຍການ“ສຳພາດຜູ້ນຳ”ໄດ້ຕັ້ງຄຳຖາມກ່ຽວກັບບັນຫາຈຸດສຸມຢູ່ໃນໂລກ, ດຳເນີນການສົນທະນາທີ່ມີຄຸນນະພາບສູງດ້ວຍຄວາມຈິງໃຈຢ່າງກວ້າງຂວາງ ເພື່ອສົ່ງສຽງຂອງຍຸກສະໄໝແຫ່ງສັນຕິພາບແລະການພັດທະນາ.